ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງບັນຊາການທະຫານແຂວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-02-17 16:04:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1186 | ຄວາມນິຍົມ:



ວັນທີ 12 ກຸມພາ 2025 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ພະແນກການ ພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ທົ່ວກອງບັນຊາການທະຫານແຂວງວຽງຈັນ ເຂົ້າຮ່ວມ. ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ກຳມະການຄະນະປະຈໍາພັກກອງບັນຊາການ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງວຽງຈັນ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ. ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບຕົກລົງເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 52 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 35 ສະຫາຍ, ຮ້ອຍຕີຂຶ້ນ ຮ້ອຍໂທ 31 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 53 ສະຫາຍ ລວມທັງໝົດ 171 ສະຫາຍ. ໃນພິທີດັ່ງກ່າວ, ຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 7 ສະຫາຍ, ຊັ້ນ III 24 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 23 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 14 ສະຫາຍ ໃຫ້ບຸກຄົນ ຂອງຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນ ພະຍາດ ໂຄວິດ-19 ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນການແຜ່ລະບາດ ຂອງພະຍາດດັ່ງກ່າວໃນໄລຍະຜ່ານມາ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍ ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທຳປະຕິວັດ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ສາຍຄໍາ ພອນມະນີ ພາບໂດຍ: ເລມ່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ