ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງພັນ​ໃຫຍ່ 611 ສະຫຼຸບ​ຖອດ​ຖອນ​ບົດຮຽນ ​ວຽກ​ງານ​ກຸ່ມ​ທ້ອນ​ເງິນ​ພັດທະນາ ປະຈຳ​ປີ 2024
ເວລາອອກຂ່າວ: 2025-02-18 08:48:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ:



ໃນ​ວັນ​ທີ 11 ກຸມພາ 2025, ກຸ່ມ​ທ້ອນ​ເງິນ​ພັດທະນາ​ຂອງ​ສະຫະພັນ​ແມ່ຍິງ​ຂອງ​ກອງພັນ​ໃຫຍ່ 611 ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ກຸ່ມ​ທ້ອນ​ເງິນ ປະຈຳ​ປີ 2024 ແລະ ຜ່ານ​ແຜນ ການເຄື່ອນໄຫວ​ວຽກ​ງານ​ກຸ່ມ​ທ້ອນ​ເງິນ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ເລີດ ສຸດ​ຕະ​ກອນ ຫົວໜ້າ​ພະແນກການ​ເມືອງ ກອງ ພັນ​ໃຫຍ່ 611, ມີ​ຄະນະ​ພັກ-ຄະນະ ບັນຊາ 5 ພະແນກການ, ຂະ ແໜງການ, 3 ກອງພັນ, 4 ກອງ ຮ້ອຍ​ເອກະ ລາດ, ໂຮງໝໍຕະຫຼອດ​ຮອດ ສະ ມາ ຊິກ​ກຸ່ມ​ທ້ອນ​ເງິນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ວັນ​ໂນ​ລາ ແສງ​ດາວເຮືອງ ຫົວໜ້າ​ຂະແໜງ​ສະຫະພັນ, ຮອງ​ປະທານ​ກຸ່ມ​ທ້ອນ​ເງິນ​ພັດທະນາ​ສະຫະພັນ​ແມ່ຍິງ ຂອງ​ກອງພັນ​ໃຫຍ່ 611 ໄດ້​ຜ່ານ​ຂໍ້​ຕົກລົງ​ແຕ່ງຕັ້ງ​ປະທານ​ກຸ່ມ​ທ້ອນ​ເງິນ​ຄົນ​ໃໝ່, ພ້ອມ​ທັງ​ຜ່ານ​ບົດ​ສະຫຼຸບ​ລາຍ​ງານ​ຜົນ​ການ ເຄື່ອນໄຫວ​ວຽກ​ງານ​ກຸ່ມ​ທ້ອນ​ເງິນ ປະຈຳ​ປີ 2024 ແລະ ຜ່ານ​ແຜນການເຄື່ອນໄຫວ ປະຈຳ​ປີ 2025. ຈາກ​ນັ້ນ, ກຳມະການ​ກຸ່ມ​ ທ້ອນ​ເງິນ​ໄດ້​ຜັດ​ປຽນ​ກັນ​ຜ່ານ​ແຜນ​ຄິດໄລ່​ແບ່ງປັນ​ຜົນ​ກຳໄລ​ຈາກ​ດອກ​ເບ້ຍ ປະຈຳ​ປີ 2024 ແລະ ຜ່ານ​ຂໍ້​ກຳນົດ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການເຄື່ອນໄຫວກຸ່ມ​ ທ້ອນເງິນ. ໂດຍ: ພູ​ວາ ເພຍ​ຄຳ​ໂງ່ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ