
ທາບທາມບຸກຄະລາກອນຮັບສະໝັກເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານອາກາດ ສະໄໝທີ l ຮອບທີ 1
ເວລາອອກຂ່າວ: 2025-02-18 15:24:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 836 | ຄວາມນິຍົມ:
ວັນທີ 17 ກຸມພາ 2025 ນີ້, ກອງພັນໃຫຍ່ 702 ໄດ້ຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານອາກາດ ສະໄໝທີ l ຮອບທີ 1. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີວິຊາການມາຈາກກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702, ກອງພັນໃຫຍ່ 703, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາເສົາ ແກ້ວອຸທູນ ວິຊາການຈາກກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຕະຖານຜູ້ຮັບສະໜັກເລືອກຕັ້ງ ໃນເງື່ອນໄຂລວມ 5 ດ້ານຄື: 1. ດ້ານຄຸນທາດການເມືອງ, 2. ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊິວິດ, 3. ດ້ານຄວາມຮູ້ ຄວາມສາມາດ, ມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, 4. ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ, 5. ດ້ານສຸຂະພາບແຂງແຮງດີ ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດຢ່າງດີ ແລະ ມາດຕະຖານກໍາມະການປະຈໍາພັກ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກ.
ໂອກາດນີ້, ສະຫາຍ ປະທານ ໄດ້ມີຄໍາເຫັນຊີ້ນໍາໃຫ້ຜູ້ແທນກອງປະຊຸມ ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການປ່ອນບັດຄັດເລືອກດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ສັດຈະວິພາກ, ຫຼີກລ່ຽງແນວຄິດອັກຄະຕິ, ກຸ່ມກ້ອນ, ຈຸ້ມເຈື້ອເຊື້ອສາຍ, ໃຫ້ເບິ່ງທັດສະນະຫຼັກໜັ້ນຊົນຊັ້ນ, ນໍ້າໃຈຟົດຟື້ນປະຕິວັດ, ຄວາມຈົງຮັກພັກດີ, ສັດຊື່ບໍລິສຸດຕໍ່ອຸດົມການ ແລະ ແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມຮູ້ ຄວາມສາມາດໃນການນໍາພາ-ບັນຊາ, ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາບຸກຄະລາກອນຮັບສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານອາກາດ ສະໄໝທີ l ຮອບທີ 1 ສໍາເລັດຕາມແຜນການ.
ໂດຍ: ຄໍາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ