
ທະຫານແຂວງຜົ້ງສາລີ ມອບເງິນນະໂຍບາຍອຸດໜູນບໍານານໃຫ້ນາຍທະຫານຂັ້ນສູງ
ເວລາອອກຂ່າວ: 2025-02-18 15:30:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 699 | ຄວາມນິຍົມ:
ວັນທີ 17 ກຸມພາ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີ ມອບ-ຮັບ ເງິນນະໂຍບາຍອຸດໜູນບໍານານໃຫ້ນາຍທະຫານຂັ້ນສູງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ນາຍທະຫານທີ່ໄດ້ຮັບເງິນນະໂຍບາຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງພັກການຮັບອຸດໜູນບໍານານ, ກະຊວງປ້ອງກັນປະເທດຕົກລົງ ອະນຸມັດໃຫ້ ສະຫາຍ ພັນເອກ ຄໍາສີ ອໍລະພັນ ຮອງຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເຕັກນິກ ພັກການ ຮັບບໍານານ. ພ້ອມນັ້ນ, ສະຫາຍ ພັນໂທ ວັນດີ ພົມປັນຍາ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການມອບລົດໃຫ້ພະນັກງານຂັ້ນສູງກອງບັນຊາການທະຫານແຂວງຜົ້ງສາລີ ນໍາໃຊ້ຖືກຕ້ອງຕາມລະບຽບກົດໜາຍ. ຈາກນັ້ນ, ກໍໄດ້ມອບເງິນນະໂຍບາຍອຸດໜູນບໍານານໃຫ້ ສະຫາຍ ພັນເອກ ຄໍາສີ ອໍລະພັນ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍ ພັນເອກ ຄໍາສີ ອໍລະພັນ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງກໍາລັງກາຍຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນກອງບັນຊາການທະຫານແຂວຜົ້ງສາລີ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ ພັກການຮັບບໍານານ ຈົ່ງສືບຕໍ່ຮັກສາມູນເຊື່ອອັນດີງາມຂອງຕົນເປັນແບບຢ່າງທີ່ດີ, ສຶກສາອົບຮົມລູກຫຼານ ແລະ ພະນັກງານຮຸ້ນສືບທອດໃຫ້ເປັນຄົນດີໃນອະນາຄົດ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ