ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ມິຖຸນາ 2025

  

ມອບ-ຮັບ​ໜ້າທີ່ ຫົວໜ້າ​ການ​ທະຫານ ແລະ ຫົວໜ້າ​ພະລາທິການ ກອງ​​ພັນ 416 ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່
ເວລາອອກຂ່າວ: 2025-05-16 09:25:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1599 | ຄວາມນິຍົມ:



ວັນ​ທີ 6 ພຶດສະພາ 2025 ນີ້, ກອງພັນ 416 ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ໄດ້​ຈັດ​ພິທີ​ມອບ-ຮັບ​ໜ້າທີ່ ຫົວໜ້າ​ການ​ທະຫານ ແລະ ຫົວໜ້າ​ພະລາທິ ການ ກອງ​​ພັນ 416 ລະຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່​, ໂດຍ​ການ​​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ ວິໄລ​ແກ້ວ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 302, ມີ​ສະຫາຍ ພັນ​ໂທ ວຽງ​ໄຊ ດາ​ພັນ ​ຫົວ​ໜ້າ​ການເມືອງ ກອງພັນ 416, ມີ​ຄະ​ນະ​​ພັກ-ຄະນະ​ບັນຊາ​ກອງພັນ, ພະແນກການທີ່​ກ່ຽວຂ້ອງ, ກອງຮ້ອຍ, ໝວດ ທີ່​ຂຶ້ນ​ກັບ ກອງພັນ 416 ເຂົ້າ​ຮ່ວມ. ສະຫາຍ ​ພັນ​ຕີ ພູ​ວັນ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ (ຜູ້​ເກົ່າ) ແລະ ສະຫາຍ ຮ້ອຍ​ເອກ ວິລັດ​ໄຊ ບຸດ​ດາ​ເຮືອນ ຮອງ​ຫົວໜ້າ​ການ​ທະຫານ, ຜູ້​ຮັບ​ຜິບ​ຊອບ​ວຽກ​ງານ​ພະລາທິການ ກອງພັນ 416 (ຜູ້​ເກົ່າ) ໄດ້​ຜັດ​ປ່ຽນ​ກັນ​ສະຫຼຸບ​ ການນຳພາ-​ຊີ້​ນຳ ໃນ​ຂົງ​ເຂດ​ວຽກ​ງານ​ການ​ທະຫານ ແລະ ວຽກ​ງານ​ພະລາທິການ ເປັນຕົ້ນ​ແມ່ນ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ, ດ້ານ​ດີ, ດ້ານ​ອ່ອນ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ. ຈາກ​ນັ້ນ ກໍ​ໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ໜ້າທີ່ ລະຫວ່າງ ສະຫາຍ ​ພັນ​ຕີ ພູ​ວັນ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ໂທ ສີ​ສັກ​ສີດ ອິນ​ສີ​ຊຽງ​ໃໝ່ ຫົວໜ້າ​ການ​ທະຫານ (ຜູ້​ໃໝ່) ແລະ ສະຫາຍ ຮ້ອຍ​ເອກ ວິລັດ​ໄຊ ບຸດ​ດາ​ເຮືອນ ຮອງ​ຫົວໜ້າ​ການ​ທະຫານ ຜູ້​ຮັບ​ຜິດຊອບ​ວຽກ​ງານ​ພະລາທິການ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ຕີ ບຸນ​ໄຊ ອຸ່ນ​ສັງ ຫົວໜ້າ​ພະລາທິການ ກອງພັນ 416 (ຜູ້​ໃໝ່), ໂດຍ​ຊ່ອງ​ໜ້າ ສະຫາຍ ພັນ​ໂທ ບຸນ ວິໄລ​ແກ້ວ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 302, ມີ​ຄະ​ນະ​​ພັກ-ຄະນະ​ບັນຊາ ກອງພັນ, ພະແນກການ​ທີ່​ກ່ຽວຂ້ອງ, ກອງຮ້ອຍ, ໝວດ ທີ່​ຂຶ້ນ​ກັບ​ກອງພັນ 416 ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ. ໂດຍ: ພອນ​ແກ້ວ ວິ​ໄລ​​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ