
ວປກ ຈັດຕັ້ງປ້ອງກັນບົດວິທະຍານິພົນ ປະລິນຍາໂທ ການທະຫານ-ການເມືອງ ຊຸດທີ XVI
ເວລາອອກຂ່າວ: 2025-05-20 10:06:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2461 | ຄວາມນິຍົມ:
ໃນລະຫວ່າງວັນທີ 19-23 ພຶດສະພາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງປ້ອງກັນບົດວິທະຍານິພົນ ປະລິນຍາໂທ ການທະຫານ-ການເມືອງ ຊຸດທີ XVI ສົກຮຽນ 2024-2025 ສາຂາຍຸດທະບັັ້ນຮົບ, ຍຸດທະສາດ, ບັນຊາ-ເສນາ, ປັດຊະຍາ, ເສດຖະສາດ ມາກ-ເລນິນ ແລະ ກໍ່ສ້າງພັກ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮັກສາການ ຫົວໜ້າການທະຫານ ວປກ, ຄະນະຊີ້ນຳການປ້ອງກັນວິທະຍານິພົນ ຂັ້ນວິທະຍາຄານ, ມີອະນຸກໍາມະການ, ຄະນະຮັບຜິດຊອບ ພ້ອມດ້ວຍນັກສຶກສາ ທັງສອງສາຂາວິຊາເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນການ ຂອງຫ້ອງການເໜືອມະຫາ ວປກ ວ່າດ້ວຍ ການປ້ອງກັນບົດວິທະຍານິພົນຂັ້ນ ວິທະຍາຄານ ໃຫ້ນັກສຶກສາປະລິນຍາໂທ ການທະຫານ-ການເມືອງ ຊຸດທີ XVI ສົກຮຽນ 2024-2025, ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 1103/ສສກ, ລົງວັນທີ 3 ມິຖຸນາ 2008 ວ່າດ້ວຍການຮັບຮອງເອົາໂຄງການຫຼັກສູດກໍ່ສ້າງ ປະລິນຍາໂທ ການທະຫານ-ການເມືອງ ແລະ ແຜນການອົບຮົມ-ກໍ່ສ້າງ ພາກທີ V ປະຈໍາເດືອນພຶດສະພາ 2025, ສະບັບເລກທີ 1009/ຫໜຫ ລົງວັນທີ 28 ເມສາ 2025. ເຊິ່ງແຕ່ລະສະຫາຍ ແຕ່ລະສາຂາວິຊາຮຽນໄດ້ຜັດປ່ຽນກັນສະເໜີບົດຂອງຕົນຢ່າງເປັນທາງການ ເຊິ່ງປະກອບມີທັງໝົດ: 29 ຫົວບົດ ໃນນີ້, ປະລິນຍາໂທ ການທະຫານ ຈໍານວນ 17 ຫົວບົດ ແລະ ປະລິຍາໂທ ການເມືອງ 12 ຫົວບົດ.
ທັງນີ້, ເພື່ອເປັນການປະເມີນຕີລາຄາຄືນຄວາມຮູ້ ຄວາມສາມາດ, ການເຂົ້າໃຈ ຕໍ່ບັນດາເນື້ອໃນພື້ນຖານ ແລະ ຄວາມຮັບຮູ້ຕໍ່ລັດທິສັງຄົມວິທະຍາສາດ, ກໍາແໜ້ນ ແລະ ມີຄວາມຮັບຮູ້ຢ່າງເປັນລະບົບ ກ່ຽວກັບວຽກງານຍຸດທະບັ້ນຮົບ-ຍຸດທະສາດ ແລະ ວຽກງານພັກ-ວຽກງານການເມືອງ ຫຼັກມູນທິດສະດີທີ່ມີລັກສະນະຫຼັກການ ຂອງການເຄື່ອນໄຫວວຽກງານພັກ-ວຽກງານການເມືອງຢູ່ໃນທັນແຖວກອງທັບ ເພື່ອ ນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງໃຫ້ເກີດດອກອອກຜົນ.
ໂດຍ: ເຂັງພອນ ແກ້ວຄໍາລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ