
ການນຳແຂວງສະຫວັນນະເຂດ ແລະ ພາກສ່ວນຕ່າງໆ ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ
ເວລາອອກຂ່າວ: 2025-05-21 09:00:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1994 | ຄວາມນິຍົມ:
ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ ( 19 ພຶດສະພາ 1890-19 ພຶດສະພາ 2025) ທີ່ໝູນວຽນມາອີກວາລະໜຶ່ງ, ໃນວັນທີ 19 ພຶດສະພາ 2025 ນີ້, ການນຳຂັ້ນສູງຂອງແຂວງ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍສະມາຄົນຊາວຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະ
ຫາຊົນ ໄດ້ນຳພາພາກສ່ວນຕ່າງໆ ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສອນສະຖານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້
ບຸນຄຸນ, ສັນລະເສີນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ໂຮ່ຈີມິນ ເປັນຜູ້ນຳເອົາແນວຄິດ ແລະ ທວນໄຟປະຕິວັດມາສູ່ການສ້າງພັກປະຊາຊົນປະຕິວັດລາວ, ປະທານ ໂຮ່ຈິມິນ ແມ່ນວິລະບຸລຸດປົດປ່ອຍຊາດ, ນັກເຄື່ອນໄຫວວັດທະນະທຳຜູ້ຍິ່ງໃຫຍ່ຂອງຫວຽດນາມ ແລະ ຂອງໂລກ, ເປັນນັກຮົບປະຕິວັດຜູ້ດີເລີດຂອງຂະບວນຄອມມູນິດ ແລະ ກຳມະກອນສາກົນ ທັງເປັນຜູ້ນຳທີ່ເຄົາລົບຮັກປະຊາຊົນຫວຽດນາມ ແລະ ປະຊາຊົນລາວ.
ສຳລັບກ້ອນກຳລັງ ທີ່ເຂົ້າວາງກະຕ່າດອກໄມ້ ລວມມີ 16 ພາກສ່ວນ ຄື: ພາກສ່ວນການນຳແຂວງ, ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະ
ຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ສະພາປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະນຳ ການນຳນະຄອນໄກສອນ ພົມວິຫານ, ອົງການກວດສອບແຫ່ງລັດພາກກາງ 2 ແຂວງສະຫວັນນະເຂດ, ພາກສ່ວນພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ສະມາຄົມຫວຽດນາມປະຈຳແຂວງສະຫວັນນະເຂດ, ລັດວິສາຫະກິດແຂວງສະຫວັນນະເຂດ, ວັດທະນະທຳ-ສັງຄົມ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ທະນາຄານປະຈຳແຂວງສະຫວັນນະເຂດ, ຂົງເຂດລາການ, ຄະນະບໍລິຫານງານຊາວໜຸ່ມແຂວງ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ພາກສ່ວນເສດຖະກິດ.
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ