ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຮັບປະກັນ​ເຮັດ​ໃຫ້​ສະພາບ ​ທົ່ວ​ແຂວງ​ຫຼວງ​ພະ​ບາງ ​ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2025-05-21 09:03:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1987 | ຄວາມນິຍົມ:



ສະຫາຍ ພັນ​ເອກ ຄຳສອນ ໂພທິ​ວັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ​ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີຜ່ານມາ, ຄະນະ​ພັກ-ຄະ ນະ​ບັນຊາ​ກອງ​ບັນຊາ​ການ ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ ຕັ້ງໜ້າ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກ​ງານ ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໄດ້​ມີ​ຜົນສຳເລັດ​ຫຼາຍ​ດ້ານ ໂດຍ​ສະເພາະ ໜ້າທີ່​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ສຸມ​ໃສ່​ຫັນ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ​ພັດທະນາ​ຊົນນະບົດ​ຮອບດ້ານ​ ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ ​ວຽກ​ງານ​ 3 ​ສ້າງ​ຂອງ​ພັກ, ສ້າງ​ທ່າສະ ໜາມ​ສົງຄາມ​ປະຊາຊົນ, ສ້າງ​ ບ້ານ​ປ້ອມ​ໝັ້ນ-​ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ, ປັບປຸງ​ຕາ​ນ່າງ​ປ້ອງ​ກັນ​ຊາດ, ກຳລັງ​ກອງ​ຫຼອນ​ບ້ານ ຕາມ​ຈຸດ​ສຸມ, ເຄື່ອນ​ໄຫວ​ກຳ​ແໜ້ນ​ສະພາບ​ການ​ຕິດຕາມ​ເປົ້າ​ໝາຍ​ສຳຄັນ ແນວ​ຫຼັງ​ຍຸດ​ທະ​ສາດ​ລຽບ​ຕາມ​ຊາຍ​ແດນ, ອັດ​ປ່ອງ​ຂ້າມ​ລອຍ​ຂອງ​ກຳລັງ​ອິດ​ທິ​ປໍ​ລະ​ປັກ, ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ປະຊາຊົນ​ບັນດາເຜົ່າ​ເຂົ້າໃຈ​ຕໍ່​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ຢ່າງ​ແຂງແຮງ, ສຸມ​ໃສ່​ຊີ້​ນຳ​ສ້າງ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອງ​ກັນ ​ຊາດ​ເຂັ້ມແຂງ​ໃນ 11 ເມືອງ 1 ນະຄອນ ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ສະຫາຍ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ວຽກງານ​ແກ້​ໄຂ​ໜໍ່​ແໜງ ທີ່​ຈະ ​ເຮັດ​ໃຫ້​ສະພາບ​ບໍ່​ມີ​ຄວາມ​ສະ ຫງົບ, ໄດ້​ຊີ້​ນຳ​ແຕ່​ລະ​ກົມ​ກອງ​ອອກ​ເຄື່ອນ​ໄຫວຊອກ​ຄົ້ນ​ເປົ້າ​ໝາຍ​ກຸ່ມ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ​ກໍ່​ຄວາມ​ບໍ່​ສະຫງົບ, ເຄື່ອນ​ໄຫວ​ຄ້າ ຂາຍ​ຢາ​ເສບ​ຕິດ, ອາ​ສະ​ຍາ​ກຳ ແລະ ກວດກາ​ສະພາບ​ການ​ຕາມ​ຂອບ​ເຂດ​ຮັບຜິດຊອບລຽບ​ຕາມ​ຊາຍ​ແດນ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ ໃນ​ຂອບ​ເຂດ​ຍຸດ​ທະ​ສາດ, ສຳນັກງານ​ອົງການ, ໂຄງການ, ປ້ອງ​ກັນ​ເສັ້ນທາງ, ປ້ອງ​ກັນ​ເສັ້ນທາງ​ລົດໄຟ​ ລາວ-ຈີນ ແລະ ປ້ອງ​ກັນ​ແຂກ​ພາຍ​ໃນ ແລະ ຕ່າງປະເທດ​ ທີ່​ມາ​ຢ້ຽມຢາມ ແລະ ທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ ມີ​ຄວາມ​ປອດ​ໄພ, ປ້ອງ​ກັນ​ວັນ​ສຳຄັນ​ຕ່າງໆ ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ປ້ອງ​ກັນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ແລະ ອາ​ຊຽນ ບວກ ຄັ້ງ​ທີ 44-45 ແລະ ບັນດາ​ກອງ​ປະຊຸມ​ປິ່ນ​ອ້ອມ​ອື່ນໆ ທີ່​ໄດ້​ຈັດ​ຂຶ້ນ​ທີ່​ແຂວງ​ຫຼວງ​ພະ​ບາງ ຮັບປະກັນ​ເຮັດ​ໃຫ້​​​ສະ​ພາບ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ວຽກ​ງານ​ອົບຮົມ-​ຫັດ​ແອບ ແລະ ປັບປຸງ​ລະບຽບ​ແບບແຜນ ໄດ້​ສຳເລັດ​ການ​ອົບຮົມ-ຫັດ​ແອບ​ການເມືອງ-ການ​ທະຫານ, ພະລາທິການ-ເຕັກນິກ, ການ​ຫັດ​ແອບ​ຊ້ອມ​ຮົບ ຍິງ​ລູກປືນ​ແທ້​ຂອງ​ແຕ່​ລະ​ກົມ​ກອງ ປະຈຳ​ປີ 2024, ຜ່ານ​ມາ​ທົ່ວ​ທະຫານ​ແຂວງ​ ແມ່ນ​ສຳເລັດ​ຕາມ​ແຜນ ການ ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ; ຊີ້​ນຳ​ພະແນກການ​ທະຫານ​ທ້ອງຖິ່ນ ສົມທົບ​ກັບ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ສຸມ​ໃສ່​ປັບປຸງ​ກຳລັງ​ກອງ​ຫຼອນ, ກຳລັງ​ປ້ອງ​ກັນ​ຕົວ, ບຳລຸງ​ສິດ​ໜ້າທີ່​ພາລະ​ບົດບາດ, ອົບຮົມ-​ຫັດ​ແອບ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ກອງ​ຫຼອນ​ເປັນ​ປົກກະຕິ, ປະກອບອາ ວຸດ​ໃຫ້​ກຳລັງ​ກອງ​ຫຼອນ, ກຳລັງ ​ປ້ອງ​ກັນ​ຕົວ​ລັດວິສາ​ຫະກິດ ​ຕ່າງໆ ພ້ອມ​ນັ້ນ, ​ຍັງ​ໄດ້​ອົບຮົມ​ ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ- ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ບັນ ດາ​ໂຮງຮຽນ​ມັດທະຍົມ​ສົມບູນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ ​ຕ່າງໆ ພ້ອມ​ທັງ​ສ້າງ​ແຜນການ​ອົບຮົມ​ການ​ນຳ​ຂັ້ນ​ຕ່າງໆ ​ແຕ່​ລະ​ເປົ້າ​ໝາຍ​ໃນ​ແຕ່​ລະ​ປີ ແລະ ສຳເລັດ​ການ​ອົບຮົມ-ຫັດ​ແອບ​ສ້າງ​ທ່າ​ສະໜາມ​ສູ້​ຮົບ​ປ້ອງ​ກັນ​ບໍລິເວນ​ຈຸດ​ຍຸດ​ທະ​ສາດ​ສຳຄັນ, ປະກາດ​ຮັບຮອງ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ຢູ່​ບັນດາ​ເມືອງ​ ຕາມ​ທີດ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ກໍ​ຄື​ ຂັ້ນ​ແຂວງ. ສຳລັບ​ແຜນການ​ຄາດໝາຍສູ້​ ຊົນ​ໃນຕໍ່ໜ້າ​ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ ຈະ​ໄດ້​ສຶບ​ຕໍ່ຊີ້​ນຳ​ ຄະນະ​ພັກ-ຄະນະ​ບັນ ຊາ​ແຕ່​ລະ​ຂັ້ນ ​ເອົາໃຈໃສ່​ເປັນ​ສຳ ຄັນ​ຕໍ່​ວຽກ​ງານ​ປັບປຸງ​ກໍ່ສ້າງ​ກຳລັງທາງ​ດ້ານ​ການເມືອງ-ນຳ ພາ​ແນວ​ຄິດ ໃຫ້​ສອດຄ່ອງ​ກັບ​ຈຸດ​ພິເສດ, ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ ເພື່ອ​ເຮັດ​ໃຫ້ ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ແນວທາງ​ຂອງ​ພັກ, ປະຕິບັດກົດ ໝາຍ​ຂອງ​ລັດ, ມະຕິ, ຄຳ​ສັ່ງ, ນິຕິ​ກຳ​, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ເຮັດ​ໃຫ້​ນາຍ ແລະ ພົນທະຫານ ມີ​ທັດສະນະ​ຫຼັກ​ໝັ້ນ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ນ້ຳໃຈ​ເສຍສະຫຼະ, ສູ້​ຮົບ​ພິລະ​ອາດ​ຫານ, ມີ​ຄວາມ​ສັດຊື່​ບໍລິສຸດ​ຕໍ່​ພັກ-ລັດ, ຕໍ່​ປະເທດ​ຊາດ ແລະ ປະຊາຊົນ​ບັນດາເຜົ່າ ຕິດ​ພັນ ກັບ​ຂະ​ບວນ​ການແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ຍູ້​ແຮງ​ການ​ສ້າງສາ​ພັດທະນາ​ທ້ອງຖິ່ນ​ແຂວງ​ຫຼວງ​ພະ​ບາງ​ ໃຫ້​ຈະເລີນ​ກ້າວໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ