ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ວປກ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ
ເວລາອອກຂ່າວ: 2025-05-21 13:36:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2631 | ຄວາມນິຍົມ:



ວັນທີ 21 ພຶດສະພາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ບັນດາການນຳຫົວໜ່ວຍກົມກອງ ທີ່ຂຶ້ນກັບ ວປກ, ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝືນເຮືອງ ກໍາມະການຄະນະປະຈຳພັກ ວປກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ ໄດ້ຜ່ານ ມະຕິຕົກລົງຄະນະເລຂາສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຄະນະເລຂາທິການສູນກາງພັກ ຕົກລົງ: ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ປະຈໍາການຢູ່ ກະຊວງປ້ອງກັນປະເທດ ຈໍານວນ 1,019 ສະຫາຍ, ຍິງ 56 ສະຫາຍ ໃນນີ້ຢູ່ ວປກ ຈໍານວນ 36 ສະຫາຍ, ຍິງ 2 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ແລະ ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງອອກບັດສະມາຊິພັກສົມບູນ, ຄະນະພັກກະຊວງປ້ອງກັນປະເທດຕົກລົງ: ຮັບຮອງການ ອອກບັດ-ມອບບັດ ສະມາຊິກພັກ ຊຸດທີ VI ໃຫ້ບັນດາສະຫາຍສະມາຊິກພັກສົມບູນ ຢູ່ຄະນະພັກວິທະຍາຄານປ້ອງກັນຊາດໄກສອນ, ຈໍານວນ 219 ສະຫາຍ. ເປັນກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບບັດສະມາຊິກພັກສົມບູນ ໂດຍສະຫາຍ ພົນຕີ ພັນແສງ ບຸນພັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ