
ວພກ ເປີດຊຸດອົບຮົມວຽກງານພະລາທິການ ປະຈຳປີ 2025
ເວລາອອກຂ່າວ: 2025-05-22 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1424 | ຄວາມນິຍົມ:
ວັນທີ 14 ພຶດສະພາ 2025, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ເປີດຊຸດອົບຮົມວຽກງານພະລາທິການ ປະ ຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທະໂນສິນ ໄຊຍະວົງ ຫົວໜ້າຫ້ອງພະລາທິການ ວພກ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ພະແນກການທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນ ຈຳນວນ 110 ສະຫາຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳມີພົນ ນາມມະວົງ ຫົວໜ້າພະແນກແຜນການ ຫ້ອງພະລາທິການ ວພກ ໄດ້ຜ່ານຂໍ້ຕົກລົງ ອຳນວຍການ ວພກ ວ່າດ້ວຍການອະນຸມັດເປີດຊຸດອົບຮົມວຽກງານພະລາທິການ ປະຈຳປີ 2025 ແລະ ຂໍ້ຕົກລົງຂອງວິທະຍາຄານພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງແຜນ ການ ອົບຮົມ-ຫັດແອບ ວຽກງານພະລາ ປະຈຳປີ 2025; ຜ່ານແຜນການ ອົບຮົມ-ຫັດແອບວຽກງານພະລາ ປະຈຳປີ 2025, ເນື້ອໃນຂອງການອົບຮົມ-ຫັດແອບວຽກງານພະລາທິການໃນຄັ້ງນີ້ປະກອບມີ: ວຽກງານເສນາພະລາ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານການເງິນ, ວຽກງານເຊື້ອໄຟ, ວຽກງານຂົນສົ່ງ, ວຽກງານເສນາຮັກ, ວຽກງານເຄຫາສະຖານ ແລະ ວຽກງານຜະລິດ; ກຳນົດເວລາ 10 ວັນ.
ສະຫາຍ ພັນໂທ ທະໂນສິນ ໄຊຍະວົງ ໄດ້ກ່າວວ່າ: ເພື່ອເປັນການປັບປຸງຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ແລະ ທັດສະນະຫຼັກໝັ້ນການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນ, ເຮັດໃຫ້ພະນັກງານ-ນັກຮົບ ພະ ລາທິການ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈທີ່ຕັ້ງພາລະບົດບາດຄວາມໝາຍ, ຄວາມສຳນພື້ນຖານວິຊາສະເພາະວຽກງານພະ ລາທິການ ເພື່ອຍົກສູງຄວາມຮັບ
ຮູ້ ຄວາມສາມາດຂອງພະນັກງານ-ນັກຮົບພະລາທິການເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີປະສິດທິພາບສູງ.
ໂດຍ: ທອງວອນ ຄຳມະນາມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ