ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງພັນ​ໃຫຍ່ 279 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2025-05-22 09:10:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1660 | ຄວາມນິຍົມ:



ໃນ​ວັນ​ທີ 13 ພຶດສະພາ 2025,ກອງພັນ​ໃຫຍ່ 279 ໄດ້​ມອບ​ເງິນນະໂຍບາຍ​ອຸດ​ໜູນ​ໃຫ້​ນາຍ​ທະ ຫານ​ພັກ​ການ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ຂະແໜງການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ນາຍ​ທະຫານ​ຜູ້​ທີ່​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຳໄພ ຄຳ​ວິ​ສອນ ຮອງ​ຫົວໜ້າ​ພະແນກ ການ​ເມືອງ ກອງພັນ​ໃຫຍ່ 279 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ​ຮັບ​ບຳນານ, ອີງ​ຕາມ​ກົດ ໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ະຊາຊົນ​ລາວ, ອີງ​ຕາມ​ກົດ ໝາຍ ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະ ຕິບັດ​ເງິນ​ນະໂຍບາຍ​ອຸດ​ໜູນ ແລະ ເງິນ​ນະໂຍບາຍ​ຕ່າງໆ, ອີງ​ຕາມ​ການ​ຄົ້ນ​ຄ້ວ​​າ ແລະ ນຳ​ສະເໜີ ຂອງກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ ອະນຸມັດ​ໃຫ້ ສະຫາຍ ພັນ​ໂທ ອຸ່ນ​ແສງ ແກ້ວ​ຮຸ່ງ​ຄະ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 279 ພັກ​ການ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳນານ ຈຳນວນ 32.430.000 ກີບ ແລະ ສະຫາຍ ພັນ​ໂທ ສາຍສຳພັນ ໄຊ​ຈຳ​ພອນ ຫົວໜ້າ​ການເມືອງ ກອງພັນ 794 ພັກ​ການ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳນານ ຈຳນວນ 31.818.000 ກີບ. ສະຫາຍ ພັນ​ເອກ ເມກ​ສະ​ຫັວນ ແກ້ວ​ດວງ​ດີ ໄດ້​ຮຽກຮ້ອງ​ໃຫ້ນາຍ​ະຫານ​ທີ່​ພັກ​ການ​ຮັບ​ບຳ ນານ ສຶບ​ຕໍ່​ເຮັດ​ໜ້າ​ເປັນ​ເຈົ້າ​ການ​ໃນ​ການ​ສຶກ​ສາ​ອົບຮົມ​ະຊາຊົນ, ຮັກສາ​ມູນເຊື້ອ​ຄວາມ​ສາມັກຄີ​ຊ່ວຍ​ເຫຼື່ອ​ເຊິ່ງ​ກັນ ແລະ ກັນ ເປັນ​ແກ່ນສານ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖີ່ນ, ເປັນ​ຮົ່ມ​ໂພ​ຮົ່ມ​ໄຊ​ໃຫ້​ລູກ​ຫຼານ, ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ໄປ​ໜູນ​ໃຊ້​ໃນ​ການ​ສ້າງສາ​ເສດຖະກິດ​ຄອບຄົວ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ