
ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ໃນການປຸກລະດົມຂະບວນການຕ່າງໆ ຂອງກົມກອງ ໃຫ້ມີບັນຍາກາດຟົດຟື້ນ
ເວລາອອກຂ່າວ: 2025-05-22 09:30:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1903 | ຄວາມນິຍົມ:
ພະແນກໂຄສະນາອົມຮົມ ກອງພົນທີ 3 ມີພາລະບົດບາດໃນການເປັນເສນາທິການ ໃຫ້ແກ່ຫ້ອງການເມືອງ ກໍຄືກອງພົນທີ 3 ໃນການເຄື່ອນໄຫວຕາມຄວາມ
ຮັບຜິດຊອບ 7 ວຽກຫຼັກ ຄື: ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ການຈັດຕັ້ງດຳເນີນຊີວິດການເມືອງ, ຈັດຕັ້ງດຳເນີນກອງປະຊຸມ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆ, ເຕົ້າໂຮມພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງການໂອ້ລົມ ຂອງຜູ້ນຳພັກ-ລັດຂັ້ນສູງ, ຈັດຕັ້ງເຄື່ອນໄຫວວຽກງານຂ່າວ
ສານ, ໜັງສືພິມ-ວິທະຍຸ, ໂທລະໂຄ່ງ, ຫໍມູນເຊື້ອ, ສິລະປະ-ວັນນະຄະດີ, ປະດັບປະດາສຳນັກງານ-ອົງການກົມກອງ ແລະ ໂຄສະນາປຸກລະດົມຊຸກຍູ້ຂະບວນການຕ່າງໆ ຂອງກົມກອງ ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ.
ສະຫາຍ ພັນໂທ ຈັນທະວົງ ໄພວັນທອນ ຫົວໜ້າພະແນກໂຄສະນາອົບຮົມ ກອງພົນທີ 3 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ພະແນກໂຄສະນາອົບຮົມ ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໂດຍໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງເປັນປົກກະຕິ, ຈັດຕັ້ງດຳເນີນຊີວິດການເມືອງ, ຈັດຕັ້ງດຳເນີນກອງປະຊຸມສະ ຫຼຸບວຽກງານຮອບດ້ານ ປະຈຳເດືອນ, ໄຕມາດ, 6 ເດືອນ ແລະ ປະຈຳປີ ຂອງບັນດາອົງການ, ກົມກອງ, ຈັດຕັ້ງດຳເນີນກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ຂັ້ນເທິງສົ່ງໃຫ້ ທົ່ວເຖິງທຸກເປົ້າໝາຍ, ເຕົ້າໂຮມພະນັກງານ-ນັກຮົບ ຮັບຟັງການໂອ້ລົມຂອງຜູ້ນຳພັກ-ລັດຂັ້ນສູງ ຈາກ
ສູນກາງ, ກະຊວງປ້ອງກັນປະເທດ, ການນຳພັກ-ລັດຈາກທ້ອງຖິ່ນ ທີ່ມາຢ້ຽມຢາມເຮັດວຽກຢູ່ ກອງພົນທີ 3, ຊີ້ນຳການອົບຮົມການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳໄຕມາດ ໃນທົ່ວກອງພົນ ຕາມແຜນການອົບຮົມທີ່ກຳນົດໄວ້, ຈັດຕັ້ງເຄື່ອນໄຫວວຽກງານຂ່າວສານ, ໜັງສືພິມ, ໂທລະໂຄ່ງ, ວິທະຍຸ, ຫໍມູນເຊື້ອສິລະປະ-ວັນນະຄະດີ ແລະ ວຽກງານປະດັບປະດາສຳນັກ
ງານອົງການກົມກອງ ໄດ້ດີກວ່າເກົ່າ, ເອົາໃຈໃສ່ປຸກລະດົມຊຸກຍູ້ຂະບວນການຕ່າງໆຂອງກົມກອງໃຫ້ມີບັນຍາກາດຟົດຟື້ນ ໂດຍການຊີ້ນຳໜ່ວຍງານຂະບວນການສ້າງນັກຮົບ ແລະ ກົມກອງວັດທະນະທຳ, ເກັບກຳຂໍ້ມູນເພື່ອສະຫຼຸບສັງລວມປະເມີນຜົນ ເຊັ່ນ: ກອງພັນ 407, 417, 612, ໂຮງໝໍກອງພົນທີ 3. ຜ່ານ
ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນ 1 ປີຜ່ານມາ ເຫັນວ່າ ບັນດາກົມກອງຮາກຖານ ທີ່ຂຶ້ນກັບ ກອງພົນທີ 3 ມີທ່າກ້າວໜ້າ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ ເຊິ່ງສະແດງອອກ ຄື: ວຽກງານຂ່າວສານໜັງສືພິມ, ວິທະຍຸ, ໂທລະ
ພາບ ຂຽນຂ່າວໄດ້ 463 ຂ່າວ, ຂຽນບົດໄດ້ 20 ບົດ, ຖ່າຍພາບໄດ້ 1.389 ພາບ, ສົ່ງຂ່າວໃຫ້ໂທລະພາບກອງທັບ 28 ຂ່າວ, ໜັງສືພິມກອງທັບ 125 ຂ່າວ, ວິທະຍຸກະຈາຍສຽງກອງທັບ 125 ຂ່າວ, ຮັບ ແລະ ແຈກຢາຍໜັງສືພິມກອງທັບ ສົ່ງໃຫ້ບັນດາກົມກອງ 135 ສະບັບ, ຕາໜ່າງຂ່າວທົ່ວກອງພົນ ທີ່ມີຜົນງານດີເດັ່ນ ໃນການສົ່ງຂ່າວ ປະຈຳປີ 2024 ປະເພດ I ມີ 1 ສະຫາຍ, ປະເພດ II ມີ 3 ສະຫາຍ, ປະເພດ III ມີ 14 ສະຫາຍ ແລະ ປະເພດ
IV ມີ 13 ສະຫາຍ, ວຽກງານໂທລະໂຄ່ງ-ຮູບເງົາ, ອ່ານຂ່າວ, ບົດ, ແຈ້ງການຕ່າງໆ ອອກໂທລະໂຄ່ງ ໄດ້ 120 ບົດ-ຂ່າວ, ເປີດເຄື່ອງສຽງຮັບໃຊ້ກອງປະຊຸມຢູ່ສະໂມສອນ 26 ຄັ້ງ, ສ້າງວີດີໂອ ແລະ ຮູບພາບການເຄື່ອນໄຫວ ຂອງຄະນະພັກ-ຄະນະບັນຊາກອງພົນ ສາຍຢູ່ສະໂມສອນ 2 ຄັ້ງ, ບັນດາພະແນກການ 2 ຄັ້ງ ພ້ອມທັງປົກປັກຮັກສາໂປຼເຈັກເຕີສາຍຮູບເງົາທີ່ມີ ໃຫ້ນຳໃຊ້ໄດ້ຍາວນານ, ວຽກງານວິຈິດສິນ ຂຽນຄຳຂວັນ, ຄະຕິເຕືອນໃຈໃສ່ປ້າຍປະໂນຢູ່ຂັ້ນກອງພົນ 6 ຄັ້ງ, ປັກທຸງຊາດ, ທຸງພັກ, ທຸງທິວ ແລະ ຄຳຂວັນໂຄສະນາວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ 6 ຄັ້ງ, ລົງກົມກອງຂຽນຄຳຂວັນພິທີການ, ຄຳຂວັນປ້າຍໂຄສະນາ ແລະ ແຕ້ມກາໝາຍເຫຼົ່າຮົບ ລວມ 4 ຄັ້ງ, ວຽກງານຫໍມູນເຊື້ອ-ຫໍສະໝຸດ ໄດ້ອະນາໄມຂອບເຂດຫໍມູນເຊື້ອ 14 ຄັ້ງ, ທາສີ ແລະ ສ້ອມແປງຫໍມູນເຊື້ອ 2 ຄັ້ງ, ມີພະນັກງານ-ນັກຮົບເຂົ້າຊົມຫໍມູນເຊື້ອ 10 ຄັ້ງ ຈຳນວນພົນ 56 ສະຫາຍ, ວຽກງານສິລະປະ-ວັນນະຄະດີ ແລະ ດົນຕີ ໄດ້ເຝິກແອບ ແລະ ສະແດງບັນດາລາຍການຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ 3 ຄັ້ງ, ເຄື່ອນ ໄຫວສະແດງຮັບໃຊ້ງານລ້ຽງຂອງກອງພົນ ແລະ ບັນດາອົງການ, ກົມກອງ ຕາມການສະເໜີ 40 ຄັ້ງ, ໄດ້ຮັບຂັນລາງວັນຊະນະເລີດການແຂ່ງຂັນນັກຮ້ອງ-ຂັບລຳສຽງດີ ເນື່ອງໃນໂອກາດ 75 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ 1 ໜ່ວຍ.
ສະຫາຍ ພັນໂທ ຈັນທະວົງ ໄພວັນທອນ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້
ແກ່ພະນັກງານ-ນັກຮົບ ດ້ວຍການນຳເອົາແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງ, ມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງກົມກອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກອງພົນ ມີແນວຄິດການເມືອງໜັກແໜ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງ, ສືບຕໍ່ຈັດຕັ້ງດຳເນີນຊີວິດການເມືອງ, ຈັດຕັ້ງດຳເນີນກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳເດືອນ, ປະຈຳໄຕມາດ, 6 ເດືອນ ແລະ ປະຈຳປີ ເປັນປົກກະຕິ, ສືບຕໍ່ຊີ້ນຳການອົບຮົມການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ, ໄຕມາດ ຕາມແຜນການທີ່ໄດ້ກຳ
ນົດໄວ້ໃຫ້ສຳເລັດ, ສືບຕໍ່ເຄື່ອນໄຫວວຽກງານຂ່າວສານໜັງສືພິມ, ວິທະຍຸ, ໂທລະໂຄ່ງ, ຫໍມູນເຊື້ອ, ວຽກງານປະດັບປະດາ, ສືບຕໍ່ເຝິກແອບສິລະປະ-ວັນນະຄະດີ ເພື່ອເຂົ້າຮ່ວມແຂ່ງຂັນນັກຮ້ອງສຽງດີ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃຫ້ມີຂະບວນການຟົດຟື້ນຕໍ່ເນື່ອງ, ສືບຕໍ່ປຸກລະດົມຂະບວນການຕ່າງໆ ຂອງກົມກອງ ແລະ ສືບຕໍ່ສ້າງນັກຮົບ ແລະ ກົມກອງວັດທະນະທຳ ໃຫ້ໄດ້ 3–4 ກົມກອງ ຕາມແຜນການ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ