
ກອງສິລະປະກອນກອງທັບ ສ້າງຂະບວນການອອກແຮງງານ
ເວລາອອກຂ່າວ: 2025-05-30 10:22:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6180 | ຄວາມນິຍົມ:
ໃນວັນທີ 30 ພຶດສະພາ 2025 ນີ້, ກອງສິລະປະກອນກອງທັບ ໄດ້ສ້າງຂະບວນກາອອກແຮງງານ ເພື່ອຂໍ່ານັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຮງຊາດ, ນຳພາໂດຍ ສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຊາວໜຸ່ມ-ແມ່ຍິງ ກອງສິລະປະກອນກອງທັບ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ການສ້າງຂະບວນການອອກແຮງງານອະນາໄມລວມໃນຄັ້ງນີ້ ເພື່ອເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ເປັນການປຸກລະດົມຊຸກຍູ້ ໃຫ້ພະນັກງານ-ນັກຮົບ ສະມາຊິກຊາວໜຸ່ມ, ແມ່ຍິງ ຮັບຮູ້ໄດ້ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໂດຍຕິດພັນກັບການສ້າງກອງ 3 ປອດ, ກົມກອງ-ນັກຮົບວັດທະນະທຳ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນ ລະຫວ່າງ ຄະນະພັກ-ຄະນະບັນຊາ ກັບພະນັກງານ-ນັກຮົບ ເວົ້າລວມ, ເວົ້າສະເພາະແມ່ນ 2 ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ໃນນີ້, ໄດ້ໃສ່ຝຸ່ນຕົ້ນໄມ້, ຕັດຫຍ້າ ແລະ ອະນາໄມບໍລິເວນຄ້າຍຄູ ອີກດ້ວຍ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ