
ກອງພົນທີ 1 ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2025-05-30 10:57:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7074 | ຄວາມນິຍົມ:
ວັນທີ 30 ພຶດສະພາ 2025 ນີ້; ກອງພົນທີ 1 ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ( 1 ມິຖຸນາ 1980 - 1 ມິຖຸນາ 2025 ) ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1, ມີບັນດາ ອົງການ 5 ຫ້ອງ, ພະແນກການ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ໃຫ້ຮູ້ວ່າ: ກອງພົນທີ 1 ຍາມໃດກໍຖື ເອົາການປູກຕົ້ນໄມ້, ຮັກສາຕົ້ນໄມ້ນາໆຊະນິດເປັນບັນຫາສຳຄັນ ໄປພ້ອມກັບວຽກງານອື່ນໆຂອງກົມກອງ, ການປູກຕົ້ນໄມ້ແມ່ນທົດແທນປ່າໄມ້ທີ່ເສຍຫາຍໄປ, ພ້ອມທັງເປັນການຟື້ນຟູປ່າໄມ້ ເພື່ອຮັກສາແຫຼ່ງນ້ຳ, ຮັກສາສິ່ງແວດລ້ອມ ແລະ ສ້າງເຮືອນຮັງທີ່ຢູ່ອາໄສໃຫ້ແກ່ສັດປ່ານາໆພັນ, ຕ້ານໄພແຫ້ງແລ້ງ, ຕ້ານໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ສ້າງປ່າໄມ້ໃຫ້ເປັນສີຂຽວ ເພື່ອປົກຫຸ້ມແຜນດິນອຸດົມສົມບູນຂອງພວກເຮົາຕະຫຼອດໄປ. ມາເຖິງປະຈຸບັນນີ້ປ່າໄມ້ຂອງຊາດຫຼຸດໜ້ອຍຖອຍລົງຍ້ອນການຂະຫຍາຍຕົວຂອງພົນລະເມືອງ, ການສ້າງທີ່ຢູ່ອາໄສ ແລະ ການທໍາມາຫາກິນ, ຄວາມຕ້ອງການນຳໃຊ້ປ່າໄມ້ສູງຂຶ້ນ, ການຕັດໄມ້ທໍາລາຍປ່າຊະຊາຍ, ເພື່ອແກ້ໄຂບັນຫາດັ່ງກ່າວ ພັກ ແລະ ລັດຖະບານເຮົາຈຶ່ງຄົ້ນຄວ້ານະໂຍບາຍ ແລະ ໄດ້ກຳນົດເອົາ ວັນທີ 1 ເດືອນ ມິຖຸນາ ຂອງທຸໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີຈຳນວນ 100 ຕົ້ນ.
ການປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກດ ຂອງກອງທັບໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເປັນການປູກຕົ້ນໄມ້ທົດແທນຕົ້ນໄມ້ທີ່ສູນຫາຍໄປໃນໄລຍະຜ່ານມາໃຫ້ກັບຄືສູ່ສະພາບເດີມ ເພື່ອໃຫ້ຂອບເຂດກົມກອງເປັນພື້ນທີ່ສີຂຽວງົດງາມ ແລະ ຮົ່ມເຢັນໄວ້ໃຫ້ພະນັກງານ-ນັກຮົບຮຸ່ນສືບທອດອີກດ້ວຍ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ