ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກອງພັນ​ໃຫຍ່ 702 ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ຕຸລາ 2025
ເວລາອອກຂ່າວ: 2025-10-10 09:02:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 804 | ຄວາມນິຍົມ:



ໃນ​ວັນ​ທີ 6 ຕຸລາ 2025, ກອງພັນ​ໃຫຍ່ 702 ໄດ້​ຈັດ​ພິທີ​ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ຕຸລາ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ລອນ ພົນ​ສີ​ລາ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 702, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ ຕະຫຼອດ​ຮອດ ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ລອນ ພົນ​ສີ​ລາ ໄດ້​ຜ່ານ​ບົດ​ສະຫຼຸບ​ການ ຈັດຕັ້ງ​ປະຕິບັດ​ເຄື່ອນ​ໄຫວ​ວຽກ​ງານ​ພາຍ​ໃນ 1 ເດືອນ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ເດືອນ​ຕໍ່ໜ້າ; ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕ່າງໆ ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ. ທັ້ງ​ນີ້, ເພື່ອ​ປະຕິບັດ​ຕາມ​ລະບຽບ​ການ​ຂອງ​ກອງທັບ ວ່າ​ດ້ວຍ​ການ​ເຄົາ ລົບ​ທຸງ​ປະຈຳ​ເດືອນ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ດ້ານ​ລະບຽບ​ວິ​ໃນ, ຈາກ​ນັ້ນ ກໍ​ໄດ້​ຮັບ​ຊົມ​ການ​ເດີນ​ສວນ​ສະ ໜາມ​ຂອງ​ກ້ອນ​ກຳລັງ​ພະແນກການ, ກົມ​ກອງ​ອີກ ແລະ ສືບຕໍ່​ເຝິກຊ້ອມ​ກ້ອນ​ກຳລັງ​ເດີນ​ສວນສະໜາມ ເພື່ອ​ກະກຽມ​ໃສ່​ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 702 ຄົບຮອບ 48 ປີ ທີ່​ຈະ​ໜູນ​ວຽນມາ​ເຖິງ​ໃນ​ມໍ່ໆ ນີ້. ໂດຍ: ຄຳ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ