ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ວຽງ​ຈັນ ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ປະຈຳ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-10-10 09:05:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 784 | ຄວາມນິຍົມ:



ວັນ​ທີ 10 ກັນຍາ 2025 ຜ່ານ​ມາ​ນີ້, ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ນໍ້າມັນ​ເຊື້ອ​ໄຟ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ທິດ​ທາງ​ແຜນການ​ປະຈຳ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອາລີ ສີ​ວົງ​ໄຊ ຫົວໜ້າ​ອຳນວຍ​ການ ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ ​ອຳນວຍ​ການ ພ້ອມ​ດ້ວຍ ພະນັກງານ​ພາຍ​ໃນ​ບໍລິສັດ​ເຂົ້າ​ຮ່ວມ. ສະຫາຍ ວົງ​ແກ້ວ ນະ​ຫົງ​ສາ ຮອງ​ຫົວໜ້າ​ອຳນວຍ​ການ​ບໍລິສັດ​ລັດ​ວິ​ສາ​ຫະ ​ກິດ​ນໍ້າມັນ​ເຊື້ອ​ໄຟ​ວຽງ​ຈັນ ໄດ້​ຜ່ານ​ບົດ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ທິດ​ທາງ​ແຜນການ​ປະຈຳ 6 ເດືອນ ​ທ້າຍ​ປີ 2025 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ​ຕໍ່​ການຈັດຕັ້ງ​ປະຕິບັດ​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ວິຊາ​ສະເພາະ ໃນ​ການ​ສະໜອງ​ການ​ບໍລິການ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ກອງທັບ ແລະ ການ​ສະໜອງ​ນໍ້າມັນ​ເຊື້ອ​ໄຟ​ຮັບ​ໃຊ້​ສັງຄົມ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ແລະ ກຳລັງ​ປ້ອງ​ກັນ​ຊາດ ເພື່ອ​ຮັບປະກັນ​ການ​ດຳເນີນ​ທຸລະ​ກິດ​ໃຫ້​ມີ​ຜົນສຳເລັດ​ຕາມ​ຕົວ​ເລກ​ແຜນການ​ທີ່​ວາງ​ໄວ້ ເຮັດ​ໃຫ້​ມີ​ຜົນ​ກຳໄລ, ເສຍ​ອາກອນ ແລະ ປະຕິບັດ​ພັນທະ​ຕາມ​ລະບຽບ​ກົດໝາຍ, ທັງ​ຍົກ​ສູງ​ຊີວິດ​ການ​ເປັນ​ ຢູ່​ຂອງ​ພະນັກງານ-ກຳມະກອນ ໃຫ້​ດີ​ຂຶ້ນ​ເລື້ອຍໆ ແລະ ປະຕິບັດ​ການ​ຖື​ບັນຊີ​ຕາມ​ລະບຽບ​ກົດໝາຍ ວ່າ​ດ້ວຍ​ການ​ບັນຊີ​ຂອງ ​ສປ​ປລາວ ຢ່າງ​ເຂັ້ມ​ງວດ, ດ້ານ​ການເມືອງ-ແນວ​ຄິດ ແລະ ການຈັດຕັ້ງ, ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ, ນັກຮົບ​ທຸກ​ສະຫາຍ ກໍ​ຄື​ກຳມະກອນ​ພາຍ​ໃນ​ບໍລິສັດ​ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ວຽງ​ຈັນ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນ​ກົກ, ມີ​ຄຸນ​ທາດ​ທາງ​ດ້ານ​ການເມືອງ​ໜັກ​ແໜ້ນ, ມີ​ແນວ​ຄິດ​ຫຼັກ​ໝັ້ນ​ຊົນ​ຊັ້ນ, ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ ແລະ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ