ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ເຫຼົ່າ​ຮົບ​ເຕັກນິກ ນຳ​ໃຊ້​ເຄື່ອງມື​ອຸປະກອນ​ທັນ​ສະໄໝ ​ເຂົ້າ​ໃນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ
ເວລາອອກຂ່າວ: 2025-10-10 09:14:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 836 | ຄວາມນິຍົມ:



ເຫຼົ່າ​ຮົບ​ເຕັກນິກແມ່ນພາກ ສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ​ໃນ​ ການ​ຊ່ວຍ​ໜູນ​ວຽກ​ງານ​ການ​ ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍ​ການ​ນຳ​ໃຊ້​ເຄື່ອງມື​ອຸປະກອນ​ທັນ​ສະໄໝເຂົ້າ ​ໃນ​ການ​ຊອກ​ຄົ້ນ​ຊອກ​ຫາ​ຜູ້​ປະ ສົບ​ໄພ​ທີ່​ຕົກ​ຄ້າງ​ຢູ່​ທາງນໍ້າ ແລະ ທາງບົກ, ພ້ອມ​ທັງ​ຮັບປະກັນ ວຽກງານ​ທາງ​ດ້ານ​ເຕັກນິກໃຫ້​ ແກ່​ບັນດາ​ເຫຼົ່າ​ຮົບ​ຢູ່​ພາກ​ສະໜາມ. ໃນ​ໂອກາດ​ເຂົ້າ​ຮ່ວມ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ ທີ່ ​ສປປ ລາວ ເຮົາ​ເປັນ​ເຈົ້າພາບ​ໃນ​ຄັ້ງ​ນີ້, ສະຫາຍ ພັນເອກ ວິນ​ທອງ ໄຊ​ຍະ​ວົງ ຮອງ ຫົວໜ້າ​ກົມ​ເສນາ​ເຕັກນິກກົມ​ໃຫຍ່​ເຕັກນິກ​ກອງທັບ, ຫົວໜ້າ​ອະນຸ ກຳມະການ​ຮັບປະກັນ​ເຕັກນິກໄດ້​ ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ກອງທັບວ່າ: ພາຍຫຼັງ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ ພວກ​ເຮົາ​ໄດ້​ ຈັດ​ຕັ້ງ​ມອບ​ໝາຍ​ໜ້າທີ່​ໃຫ້ແຕ່​ລະ​ກົມ​ວິຊາ​ສະເພາະ ​ເຮັດ​ວຽກ​ງານ​ກະກຽມສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ຕ່າງໆ, ສ້າງ​ແຜນການ​ຮັບປະກັນ​ເຕັກນິກ, ແຜນການ​ເຄື່ອນ​ກຳລັງ​ເຂົ້າ​ຢຶດ​ສະໜາມ, ກວດກາ​ພາຫະນະ​ທັງໝົດ​ຂອງ​ບັນດາ​ກົມ​ກອງ​ທີ່​ເຂົ້າ​ຮ່ວມ​ເຝິກ ຊ້ອມສະພາບ​ເຕັກນິກ​ຕ້ອງ 95% ຂຶ້ນ​ໄປ. ປັດຈຸບັນໄດ້​ເຂົ້າ​ຢືດ​ສະ ໜາມ​ສາມາດ​ຮັບປະກັນ​ໄດ້​ທາງ​ດ້ານ​ເຕັກນິກ​ໃນ​ການ​ເຝິກຊ້ອມ. ສະຫາຍ ພັນ​ເອກ ວິນ​ທອງ ໄຊ​ຍະ​ວົງ ກ່າວ​ຕື່ມ​ວ່າ: ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ໂດຍ​ສະເພາະ​ແມ່ນ​ຕໍ່​ກັບ​ການ​ເຝິກ​ນຳ​ໃຊ້​ເຄື່ອງມື​ອຸ ປະກອນ​ທັນ​ສະໄໝ ​ເຂົ້າ​ໃນ​ການ​ຊອກ​ຄົ້ນ​ຊອກ​ຫາ​ຜູ້​ປະສົບ​ໄພ​ທີ່​ຕົກ​ຄ້າງ​ຢູ່​ທາງນໍ້າ ແລະ ທາງບົກ, ໃນ​ບັ້ນ​ເຝິກຊ້ອມ​ຄັ້ງ​ນີ້ ກົມ​ໃຫຍ່​ເຕັກນິກ​ກອງທັບ ກໍ​ໄດ້​ນຳ​ໃຊ້ເຕັກ ​ໂນ​ໂລ​ຢີ​ສະໄໝ​ໃໝ່​ເຂົ້າ​ຊ່ວຍເຊັ່ນ: ນຳ​ໃຊ້​ໂດຣນ​ເພື່ອ​ບິນ​ຊອກ​ຄົ້ນ ຫາ​ຜູ້​ປະສົບ​ໄພ​ທາງບົກ ແລະ ທາງນໍ້າ ເມື່ອ​ພົບ​ເຫັນ​ຜູ້​ປະສົບໄພ ​ແລ້ວ​ປະສານ​ສົ່ງ​ຈຸດ​ພິ​ກັດ​ໃຫ້​ກຳ ລັງ​ກອບ​ກູ້​ເຂົ້າ​ຊ່ວຍເຫຼືອ​ຢ່າງ​ທັນ​ເວລາ ແລະ ມີ​ຄວາມປອດໄພ. ນອກ​ນີ້​ຍັງ​ເປັນ​ການ​ຍົກ​ລະດັບ​ສີມື​ການ​ສ້ອມແປງ​ແກ້​ໄຂ​ບັນຫາ​ການ​ເປ່​ເພ​ຕິດ​ຄັດ​ຂອງພາຫະນະ​ລົດ-ເຮືອ ຢູ່​ພາກ​ສະໜາມ​ຕົວ​ຈິງ, ການ​ສ້ອມແປງ​ໃຫ້​ມີ​ທັກ​ສະ ແລະ ທ່ວງ​ທັນ​ກັບ​ສະພາບ​ການ​ຕົວ​ຈິງ. ແຜນການ​ກະກຽມ​ເຝິກຊ້ອມ​ຂອງ​ເຫຼົ່າ​ຮົບ​ເຕັກນິກ ແມ່ນ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ນຳ​ໃຊ້​ໂດຣນ ເພື່ອ​ບິນ​ຊອກ​ຄົ້ນ​ຫາ​ຜູ້​ປະສົບ​ໄພ​ທີ່​ຕິດ​ຄ້າງ​ຢູ່​ຕາມ​ຕົ້ນໄມ້, ເກາະດອນ ຫຼື ລອຍ​ຢູ່​ເທິງ​ໜ້ານ້ຳ ແລະ ຜູ້​ປະສົບ​ໄພ​ຈາກ​ດິນ​ເຊາະ​ເຈື່ອນ, ດິນ​ຖະ​ຫຼົ່ມ, ຖືກ​ດິນ​ທັບ​ຖົມ ຫຼື ຄ້າງ​ຢູ່​ຕາມ​ປ່າ ເມື່ອ​ພົບ​ເຫັນ​ແລ້ວ​ສົ່ງ​ຈຸດ​ພິ​ກັດ​ໃຫ້​ກຳລັງ​ກອບ​ກູ້​ເພື່ອ​ເຂົ້າ​ຊ່ວຍເຫຼືອ​ທັນ​ເວລາ ແລະ ມີ​ຄວາມ​ປອດ​ໄພ. ນັບ​ແຕ່​ເຂົ້າ​ຢຶດ​ສະໜາມ​ກຳລັງ​ເຕັກນິກ​ຂອງ​ພວກ​ເຮົາ ໄດ້​ເລັ່ງ​ສ້າງ ແລະ ປັບ ປຸງ​ສະໜາມ​ບ່ອນ​ພັກ​ເຊົາ, ເຄື່ອນ​ໄຫວ​ກວດ​ເຊັກ​ພາຫະນະ​ທັງ​ໝົດ, ກະກຽມ​ປະກອບ​ໂດຣນ ເພື່ອ​ເຂົ້າ​ຮ່ວມ​ການ​ເຝິກຊ້ອມ​ໃຫ້​ທັນ​ຕາມ​ແຜນການ ແລະ ໃຫ້​ມີ​ຄວາມ​ປອດ​ໄພ ເຊິ່ງ​ການ​ກະກຽມ​ຂອງ​ພວກ​ເຮົາ​ ມາ​ຮອດ​ປັດຈຸ​ບັນ​ ແມ່ນ​ສຳເລັດ 100%. ໃນ​ໄລຍະ​ຜ່ານ​ມາ ​ເຫຼົ່າ​ຮົບ​ເຕັກນິກ ໄດ້​ເຂົ້າ​ຮ່ວມ​ການ​ເຝິກ ຊ້ອມ​ຫຼາຍ​ບັ້ນ​ຮົບ​ທີ່​ຈັດ​ຂຶ້ນຢູ່ ​ສປປ ລາວ ແລະ ປະເທດ​ເພື່ອນ​ມິດ ເຊິ່ງ​ຜ່ານ​ການ​ເຂົ້າ​ຮ່ວມ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ເຫັນ​ວ່າ ໄດ້​ຮັບ​ຜົນສຳເລັດ ສາມາດ​ຍົກ​ລະດັບ​ການ​ສ້ອມແປງ​ພາຫະນະ​ລົດ-ເຮືອ, ການ​ບັນຊາ​ໂດຣນ ມີ​ຄວາມຊຳນິ​ຊຳນານກວ່​​າ​ເກົ່າ, ວຽກ​ງານ​ປະສານ​ສົມທົບ​ມີ​ຄວາມ​ຄ່ອງ​ຕົວ ແລະ ການ​ນຳ​ໃຊ້​ພາຫະນະ​ເຕັກນິກ ​ມີ​ຄວາມ​ທັນ​ສະໄໝ​ວ່ອງໄວ ແລະ ທັນ​ການ. ໂອກາດ​ນີ້, ຂ້າພະເຈົ້າຂໍ​ສະ ແດງ​ຄວາມ​ຂອບໃຈ ​ມາ​ຍັງ​ຄະນະ​ນຳ​ຂັ້ນ​ເທິງ ກໍ​ຄື ທຸກ​ພາກສ່ວນທີ່​ກ່ຽວຂ້ອງ ທີ່​ໄດ້​ນຳພາ-ຊີ້​ນຳ​ວຽກ​ງານ​ການ​ເຝິກຊ້ອມ​ໃນ​ຄັ້ງ​ນີ້​ມີ​ປະ​ສິດທິ​ຜົນ​ສູງ ແລະ ອວຍພອນ​ແດ່ ສາຍ​ພົວພັນ​ມິດຕະພາບລະ ຫວ່າງ 3 ຊາດ, 3 ກອງທັບ ກຳ ປູເຈຍ-ລາວ-ຫວຽດນາມ ຈົ່ງ​ໝັ້ນຍືນ ແລະ ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ ພ້ອມ​ກັນ​ສືບຕໍ່​ເຝິກຊ້ອມ​ກອບ​ກູ້​ໄພພິບັດຄັ້ງ​ນີ້ ໃຫ້​ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ. ໂດຍ: ສຸ​ເວດ ສີດາ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ