ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ຈັດຕັ້ງການເຝິກຊ້ອມກອບກູ້ໄພພິບັດຮ່ວມ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 1
ເວລາອອກຂ່າວ: 2025-10-10 14:25:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1868 | ຄວາມນິຍົມ:



ວັນທີ 10 ຕຸລາ 2025 ນີ້, ຢູ່ ສະໜາມເຝິກຊ້ອມກອບກູ້ໄພພິບັດອ່າງນໍ້າຫຸມ ໄດ້ຈັດຕັ້ງການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 1 ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ມີທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍກໍາປູເຈຍ, ມີຄະນະຊີ້ນໍາລວມ, ອະນຸກໍາມະການຮັບປະກັນ, ນາຍ ແລະ ພົນທະຫານ ກໍາລັງເຝິກຊ້ອມກອບກູ້ໄພພິບັດຮ່ວມ ກໍາປູເຈຍ-ລາວ-ຫວຽດນາມ ເຂົ້າຮ່ວມ. ພາຍຫຼັງເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຢ່າງເປັນທາງການ ກຳລັງເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ພ້ອມກັນສຸມໃສ່ເຝິກຊ້ອມຕາມແຜນການຢ່າງຕັ້ງໜ້າ ແລະ ຄະນະຊີ້ນໍາ ໄດ້ເອົາໃຈໃສ່ຢ່າງໃກ້ຊິດ, ຕິດຕາມ ແລະ ເຂົ້າຮ່ວມ ປຶກສາຫາລືແລກປ່ຽນບົດຮຽນ, ປະສານງານ ກັບ ຄະນະຊີ້ນໍາ ຂອງກອງທັບເພື່ອນ ກ່ຽວກັບແຜນການເຄື່ອນໄຫວຫັດແອບໃນແຕ່ລະວັນ ເພື່ອນໍາມາເຜີຍແຜ່, ມອບໝາຍ ໃຫ້ກໍາລັງຂອງຕົນ ພ້ອມກັນເຄື່ອນໄຫວຫັດແອບຕາມແຜນການເຝິກຊ້ອມ ຢ່າງເຂັ້ມງວດ. ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 1 ເພື່ອເປັນການສັງລວມຄືນບັນດາເນື້ອໃນ, ບາດກ້າວດໍາເນີນການເຝິກຊ້ອມຮ່ວມ ຂອງ 3 ກອງທັບ ເພື່ອກະກຽມຄວາມພ້ອມໃຫ້ການເຝິກຊ້ອມສະແດງຕົວຈິງ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍເລິກເຊິ່ງ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100% ພ້ອມທັງເປັນການສະແດງຜ່ານໃຫ້ຄະນະຊີ້ນໍາ, ຄະນະອະນຸກຳມະການຮັບຜິດຊອບ ໄດ້ປະກອບຄໍາຄິດເຫັນ ເພື່ອນໍາໄປປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງໃຫ້ດີຂຶ້ນ ຮັບປະກັນໃຫ້ມື້ເຝິກກຊ້ອມສະແດງຕົວຈິງມີຜົນສໍາເລັດຢ່າງຈົບງາມ ຕາມແຜນທີ່ວາງໄວ້. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ