ເມືອງຫົງສາ ຮ່ວມກັບ ບໍລິສັດ ໄຟຟ້າຫົງສາ ຈຳກັດ ຈັດງານບຸນທອດຖວາຍກອງກະຖິນສາມັກຄີ ປະຈຳປີ ພສ 2568
ເວລາອອກຂ່າວ: 2025-10-15 14:18:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 633 | ຄວາມນິຍົມ: ![]()
ງານບຸນທອດຖວາຍກອງກະຖິນສາມັກຄີ ປະຈຳປີ ພສ 2568 ຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2025 ຢູ່ທີ່ວັດໂພນຈັນ ບ້ານໂພນຈັນ, ເຊິ່ງມີ ທ່ານ ພົມມາ ພົມມຫານ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີຊາວພຸດທະສານິກະຊົນພາຍໃນເມືອງ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ບັນດາບໍລິສັດຜູ້ຮັບເໝົາໂຄງການໄຟຟ້າ ຫົງສາ ເຂົ້າຮ່ວມທຳບຸນຢ່າງຫຼວງຫຼາຍ.
ທ່ານ ບຸນທັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດເມືອງຫົງສາ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ງານບຸນທອດຖວາຍກະຖິນສາມັກຄີ ເຊິ່ງເປັນງານບຸນໜຶ່ງທີ່ນອນຢູ່ໃນຮີດ 12 ຄອງ 14 ຂອງຊາວລາວ, ເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງບັນດາພະນັກງານການນຳ, ພະນັກງານອາວຸໂສບຳນານ, ບໍລິສັດ-ລັດວິສາຫະກິດທຸກພາກສ່ວນ, ອົງການປົກຄອງບ້ານ, ນັກທຸລະກິດ-ຜູ້ປະກອບການພາຍໃນເມືອງ, ຕ່າງເມືອງ, ທັງເປັນການສ້າງກິດຈະກຳຮ່ວມກັນ ກາຍເປັນເທສະການໜຶ່ງຂອງເມືອງ ທີ່ປະຊາຊົນພາຍໃນເມືອງຫົງສາ ຮ່ວມແຮງຮ່ວມໃຈປະກອບສ່ວນວັດຖຸເຫື່ອແຮງ ເຂົ້າຮ່ວມງານຢ່າງເປັນຂະບວນຟົດຟື້ນ, ການທອດຖວາຍກອງກະຖິນສາມັກຄີຄັ້ງນີ້ ເປັນການລະດົມທຶນ ສິ່ງຂອງວັດຖຸປັດໄຈ ເພື່ອສົມທົບທຶນກໍ່ສ້າງຫໍກອງຫຼັງໃໝ່ ພ້ອມສິ່ງທີ່ຈຳເປັນຕ່າງໆ ທີ່ຢູ່ພາຍໃນວັດໂພນຈັນ ໃຫ້ມີຄວາມຍືນຍົງຖາວອນຕະຫຼອດໄປ.
ການຈັດງານບຸນທອດຖວາຍກອງກະຖິນຄັ້ງນີ້, ໄດ້ເຕົ້າໂຮມ ຢູ່ຫ້ອງປະຊຸມຂອງບ້ານໂພນຈັນ ຈາກນັ້ນ, ຂະບວນກອງກະຖິນ ໄດ້ເຄື່ອນຂະບວນແຫ່ໄປຫາວັດໂພນຈັນ, ພ້ອມທັງ ດໍາເນີນພິທີທາງສາສະໜາ ຖອດຖວາຍກະຖິນສາມັກຄີຕາມລໍາດັບ ໂດຍເລີ່ມຈາກການຈູດທຽນໄຊບູຊາ, ນຳພາໄຫວ້ພະ-ຮັບສິນ, ຖວາຍຜ້າກະຖິນເອກ, ພະສົງກ່າວອຸປະໂລກກະຖິນຕາມພະວິໄນສົງ, ນຳພາຖວາຍຜ້າກະຖິນຮອງພ້ອມດ້ວຍເຄື່ອງບໍລິວານ, ນຳພາຄາຍວະວະ, ຄະນະສົງໃຫ້ພອນຄະນະສັດທາທັງຫຼາຍ, ຄະນະສົງກ່າວຄຳຢາດນ້ຳ.
ພາບ-ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















