ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກອງຮ້ອຍ 201 ທະຫານ​ແຂວງຫຼວງ​ພະ​ບາງ ຈັດ​ຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2025-10-16 09:09:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 408 | ຄວາມນິຍົມ:



ວັນ​ທີ 9 ຕຸລາ 2025, ກອງຮ້ອຍ 201 ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້, ໂດຍ​ມີ ສະຫາຍ ຮ້ອຍ​ເອກ ວັນແກ້ວ ສີ​ສະຫງ່າ ຫົວໜ້າ​ກອງ ຮ້ອຍ 201, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ທີ່​ຖືກ​ເຊີນ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ການຈັດຕັ້ງ​ປະຕິບັດ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ຄັ້ງ​ນີ້, ແມ່ນ​ຍິງ​ໃນ​ບົດ​ກວດກາ​ທ່າ​ຍິງ ໄລຍະ​ການ​ຍິງ 100 ແມັດ, ປະກອບ​ມີ 3 ທ່າ​ຍິງ​ຄື: ທ່າ​ນອນ​ຍິງ, ນັ່ງ​ຍິງ ແລະ ຢືນ​ຍິງ ຈຳນວນ​ລູກປືນ ເປົ້າ​ລະ 3 ລູກ, ເງື່ອນໄຂ​ໃນ​ການ​ຍິງ ຂັ້ນ​ເກັ່ງ ຈະ​ຕ້ອງ​ບັນລຸ 5-9 ຄະແນນ, ກາງ 3-5 ຄະແນນ ແລະ ຄາດໝາຍ 1-3 ຄະແນນ; ຜ່ານ​ການຈັດຕັ້ງ​ປະຕິ ບັດ​ຕົວ​ຈິງ ສາມາດ​ຄັດ​ເລືອກ​ໄດ້​ນັກ​ຍິງ​ຂັ້ນ​ເກັ່ງ​ມີ 3 ສະຫາຍ ກວມ​ເອົາ 11,11%; ກາງ 10 ສະຫາຍ ກວມ 37,03% ແລະ ຄາດໝາຍ 14 ສະຫາຍ ກວມ 51,85%. ໂດຍ: ພອນ​ເພັດ ແກ້ວ​ອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ