ອົງການກອງທຶນເພື່ອອະນຸລັກທຳມະຊາດໂລກ ມອບຄອມພິວເຕີ ໃຫ້ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-10-16 09:10:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ: ![]()
ໃນວັນທີ 10 ຕຸລາ 2025, ທ່ານ ໄພວຽງ ວົງຄຳແຫງ ຕາງໜ້າໃຫ້ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາຄອມພິວເຕີ ແລະ ເຄື່ອງພິມເອກະສານ ຈຳນວນ 1 ຊຸດ ລວມມູນຄ່າ 18.000.000 ກີບ ມາມອບໃຫ້ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ໂດຍການຕາງໜ້າກ່າວຮັບຂອງ ທ່ານພັນໂທ ສຸກກະເສີມ ວິຍາວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ.
ທ່ານ ພັນໂທ ສຸກກະເສີມ ວິຍາວົງ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ໄພວຽງ ວົງຄຳແຫງ ພ້ອມດ້ວຍຄະນະທີ່ໄດ້ເປັນຫ່ວງເປັນໄຍ ແລະ ໃຫ້
ຄວາມສຳຄັນຕໍ່ກັບກຳລັງປະ ກອບອາວຸດທ້ອງຖິ່ນແຂວງໄຊຍະບູລີ ທີ່ໄດ້ນຳເອົາວັດຖຸປັດໄຈ ເຂົ້າມາມອບໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາ ແລະ ນຳໃຊ້ວັດຖຸປັດໄຈດັ່ງກ່າວ ເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















