ໂຮງງານປະສານເຫຼົ່າພາກກາງ ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນ
ເວລາອອກຂ່າວ: 2025-10-16 09:17:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2025 ນີ້, ໂຮງງານປະສານເຫຼົ່າພາກກາງຈັດຕັ້ງກວດກາການຄຸ້ມຄອງກຳລັງພົນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ພ້ອມດ້ວຍຄະນະສະເພາະກິດ, ມີສະຫາຍ ພັນເອກ ສອນວິໄລ ປັນຍາສິດ ອຳນວຍການໂຮງງານປະສານເຫຼົ່າພາກກາງພ້ອມຄະນະ ແລະ ພະນັກງານ-ນັກຮົບ ທົ່ວໂຮງງານປະສານເຫຼົ່າພາກກາງ ເຂົ້າຮ່ວມ.
ສະຫາຍ ພັນຕີ ພິດສະຫວັນ ພໍພິໄທ ຮອງຫົວໜ້າພະແນກກຳລັງພົນ ກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານແຈ້ງການຂອງກົມໃຫຍ່ເສນາທິການກອງທັບ ເລື່ອງໃຫ້ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນໃນອົງການ ແລະ ກົມກອງທີ່ຂື້ນກັບຕົນ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດກວດກາການຄຸ້ມຄອງກຳລັງພົນ
ໃນທົ່ວອົງການກົມໃຫຍ່ເຕັກນິກກອງທັບ ແລະ ກົມກອງຂຶ້ນກັບ ພ້ອມທັງອະທິບາຍຂັ້ນຕອນຂອງການຈັດຕັ້ງດຳເນີນການປະຕິບັດ, ກວດກາຄືນ ຊັ້ນ, ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ວັນເດືອນປີເຂົ້າການປະຕິວັດ, ວັນເດືອນປີການເລື່ອນຊັ້ນ, ຕຳແໜ່ງງານຕ່າງໆ ໂດຍການສົມທຽບກັບບັດຢັ້ງຢືນຊັ້ນ, ບັດປະຈຳຕົວ, ບັດປະກັນສັງຄົມ ແລະ ປຶ້ມສຳມະໂນຄົວຂອງພະນັກງານ- ນັກຮົບ ເພື່ອໃຫ້ຖືກຕ້ອງ ແລະ ກົງກັບບັນຊີລາຍຊື່ພະນັກງານ ໃນບັນດາຫົວໜ່ວຍກົມກອງ ຮັບປະກັນເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ມີຄວາມໂປ່ງໃສ.
ໂດຍ: ຄຳສຸກ ວິໄລວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















