ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621 ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ
ເວລາອອກຂ່າວ: 2025-10-16 09:18:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:



ວັນ​ທີ 25 ກັນຍາ 2025 ຜ່ານ​ມາ​ນີ້, ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621 ໄດ້​ເປີດ​ກອງ ປະຊຸມ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ 2021-2025 ແລະ ວາງ​ທິດ ທາງ​ແຜນການ 2025-2030 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຈູມ​ສີ ສີ​ທະ​ນົງ ເລຂາ​ຄະນະ​ພັກ, ຫົວໜ້າ​ການ ເມືອງ​ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພິກ ແກ້ວ​ຄຳ​ຜຸຍ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621 ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ໃນ​ໄລຍະ 5 ປີ ຜ່ານ​ມາ 2021-2025, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເອົາໃຈໃສ່ ນຳພາ-ຊີ້​ນຳ​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ພະນັກງານ-ນັກຮົບ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ຊື່ສັດ​ບໍລິສຸດ, ມີ​ຄວາມຈົງ​ຮັກ​ພັກດີ​ຕໍ່​ພັກ-ລັດ, ມີ​ສະຕິ​ລະວັງ​ຕົວ​ກຽມພ້ອມ​ສູ້​ຮົບ ແລະ ປະຕິບັດ​ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ໃນ​ໄລຍະ 5 ປີ ຜ່ານມາ ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621 ສາມາດຕີລາ ຄາແບ່ງ​ປະເພດ​ປອດ​ໃສ ດ້ານ ການເມືອງ​ປະເພດ I ເທົ່າ​ກັບ 95,36%, ປະເພດ II ເທົ່າ​ກັບ 4,64 %, ກໍ່ສ້າງ​ກົມ​ກອງ 3 ປອດ​ໃສ ປອດ​ໄພ ປອດ​ຄະດີປະເພດ I ມີ 9 ກົມ​ກອງ​ເທົ່າ​ກັບ 97,97%. ກອງ​ປະຊຸມ ຍັງ​ໄດ້​ຮັບຮອງ​ເອົາ​ທິດ​ທາງ​ແຜນການ, ຄາດໝາຍ​ສູ້​ຊົນ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ປີ 2025-2030 ໄປ​ຈັດ​ຕັ້ງ​ປະຕິ ບັດ​ໃຫ້​ໄດ້​ຮັບ​ຜົນ​ສູງ, ຫຼັງ​ຈາກ​ນັ້ນ, ສະຫາຍ ພັນ​ໂທ ຄຳ​ປານ ອາ​ລູນ​ທອງ ຄະນະ​ພັກ, ຮອງ​ຫົວ ໜ້າ​ພະ​ແນກ​ພະລາທິການ ກອງພັນ​ໃຫຍ່​ລູກ​ສອນ​ໄຟ​ໜ້າດິນ 621 ໄດ້​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ສ້າງ ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ປະຈຳ​ປີ 2025-2030. ໂດຍ: ວາດ​ສະໜາ ພຸດ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ