ຄະນະຮັບຜິດຊອບວຽກງານການເມືອງ ພົບປະແນະນຳ ຄະນະຮັບຜິດຊອບຫັດແອບສວນສະໜາມ
ເວລາອອກຂ່າວ: 2025-10-16 09:19:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ: ![]()
ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກ້ອນກຳລັງ ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້ໄດ້ຮັບຜົນດີ ໃນວັນທີ 15 ຕຸລາ 2025 ນີ້, ຄະນະຮັບຜິດຊອບວຽກງານການເມືອງ ນຳໂດຍ ສະຫາຍ ພັນໂທ ສອນອຸໄທ ພົມອຸໄທ ຫົວໜ້າການທະຫານ ກອງໂທລະພາບກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຊີ້ນຳເຜີຍແຜ່ຄຳແນະນຳ ຂອງກົມໃຫຍ່ການເມືອງກອງທັບ ໃຫ້ຄະນະຮັບຜິດຊອບກ້ອນກຳລັງຫັດແອບເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ກ້ອນກຳລັງທະຫານອາກາດ.
ສະຫາຍ ພັນໂທ ສອນອຸໄທ ພົມອຸໄທ ໄດ້ອະທິບາຍຕໍ່ຄະນະຮັບຜິດຊອບຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ວ່າ: ໂດຍອີງຕາມ ຄຳແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ, ຄຳແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຄັດເລືອກຜົນງານຍ້ອງ
ຍໍຂອງນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມື້ນີ້, ຄະນະຮັບຜິດຊອບວຽກງານການເມືອງ ຈຶ່ງໄດ້ມາຊີ້ນຳບັນດາຄະນະຮັບຜິດຊອບກ້ອນກຳລັງ ໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບທິດຊີ້ນຳຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເຝິກຊ້ອມສຳເລັດຢ່າງມີປະສິດທິຜົນ.
ຈາກນັ້ນ, ສະຫາຍ ພັນໂທ ແຊັມ ໄຊຍະຈັກ ຫົວໜ້າພະແນກບໍລິຫານ ຫ້ອງອົບຮົບການບິນ, ຄະນະຊີ້ນຳກ້ອນສວນສະໜາມ ກ້ອນກຳລັງທະຫານອາກາດ ເພດຊາຍ ໄດ້ລາຍງານສະພາບການຫັດແອບ ໂດຍລວມ ແມ່ນເຮັດໄດ້ດີຈົບງາມ ແຕ່ຍັງມີບາງສະຫາຍບໍ່ທັນເຮັດໄດ້ດີ ເຊິ່ງຜ່ານມາ ບໍ່ໄດ້ຫັດແອບ ເນື່ອງຈາກວ່າຈົບວິຊາສະເພາະສາຍອື່ນ ແຕ່ບັນດາສະຫາຍດັ່ງກ່າວ ກໍພະຍາຍາມສູ້ຊົນອົດທົນ ຕັ້ງໜ້າຫັດແອບ ມາຮອດປັດຈຸບັນ ສາມາດເຮັດໄດ້ດີສົມຄວນ ໂດຍສັງເກດໄດ້ຈາກການສະແດງທົດລອງ 2 ຄັ້ງຜ່ານ ມາ ເຫັນວ່າມີການພັດທະນາດີຂຶ້ນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















