ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ບໍລິສັດ ຂວັນ​ໄຊ​ນຳ​ໂຊກ​ກຣຸບ ຈຳກັດ​ຜູ້​ດຽວ ມອບ​ເງິນ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2025-10-16 09:21:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 946 | ຄວາມນິຍົມ:



ວັນ​ທີ 10 ຕຸລາ 2025 ນີ້, ບໍລິສັດ ຂວັນ​ໄຊ​ນຳ​ໂຊກ​ກຣຸບ ຈຳກັດ​ຜູ້​ດຽວ ໄດ້​ນຳ​ເອົາ​ເງິນ ຈຳນວນ 150.000.000 ກີບ ມາ​ມອບ​ໃຫ້​ກອງ​ບັນຊາ​ການທະ ຫານ​ແຂວງ​ບໍ່​ແກ້ວ ເພື່ອປະກອບ ສ່ວນອຸປະຖຳຊຸກຍູ້​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ. ກ່າວ​ມອບ ໂດຍ ​ທ່ານ ບຸນ​ມີ ຄຸນ​ນະ​ວົງ ປະທານ​ບໍລິສັດ ຂວັນ​ໄຊ​ນຳໂຊກ ​ກຣຸບ ຈຳກັດ​ຜູ້​ດຽວ, ກ່າວ​ຮັບ​ໂດຍ ​ສະຫາຍ ພົນ​ຈັດຕະວາ ບຸນ​ມີ ພາ​ມີ​ໄຊ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ບຸນ​ມີ ພາ​ມີໄຊ ຕາງ ໜ້າ​ກອງ​ບັນຊາ​ການທະຫານ​ ແຂວງ​ບໍ່​ແກ້ວ ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ບໍລິສັດ ຂວັນ​ໄຊ​ນຳ​ໂຊກ​ກຣຸບ ຈຳກັດ​ຜູ້ດຽວ ທີ່​ໄດ້​ນຳເອົາ​ເງິນ​ມາ​ມອບ​ປະ ກອບສ່ວນ​ຊຸກຍູ້ໃນ​ຄັ້ງ​ນີ້ ພ້ອມ​ທັງ​ໃຫ້ຄຳໝັ້ນ​ສັນຍາ​ວ່າຈະ​ນຳ​ເອົາ​ເງິນ​ຈຳ ນວນ​ດັ່ງກ່າວໄປ​ ໝູນ​ໃຊ້ເຂົ້າໃນ​ການກໍ່ສ້າງກົມ​ ກອງ​ໃຫ້​ມີຜົນສຳເລັດ, ມີ​ປະ ໂຫຍດສູງ​ສຸດ ແລະ ຫວັງ​ວ່າ ໃນ​ໂອກາດ​ໜ້າ​ຈະໄດ້​ຮັບ​ການ​ຊ່ວຍເຫຼືອ ຈາກ​ບໍລິສັດ ຂວັນ​ໄຊ​ນຳ​ໂຊກ​ກຣຸບ ຈຳກັດ​ຜູ້​ດຽວ ຕື່ມ​ອີກ. ຈາກ​ນັ້ນ, ກອງ​ບັນ ຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ກໍ​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ ໃຫ້​ບໍລິສັດ ຂວັນ​ໄຊ​ນຳ​ໂຊກ​ກຣຸບ ຈຳກັດຜູ້​ດຽວ ເພື່ອ​ເປັນ​ການ​ຈາລຶກ​ຜົນງານ​ທີ່​ໄດ້​ປະກອບສ່ວນ ໃນ​ຄັ້ງ​ນີ້ ອີກ​ດ້ວຍ. ໂດຍ: ນີ່ ທຳ​ມະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ