ກ້ອນກຳລັງເດີນສວນສະໜາມ ເຫຼົ່າຮົບລົດຕັງ-ຍານເກາະ ເອົາໃຈໃສ່ຫັດແອບຢ່າງຕັ້ງໜ້າ
ເວລາອອກຂ່າວ: 2025-10-16 16:07:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 737 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ພູວົງ ທິບພະຈອນ ຮອງຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ຄະນະຊີ້ນໍາກ້ອນສວນສະໜາມເຫຼົ່າຮົບລົດຕັງ-ຍານເກາະ ໄດ້ໃຫ້ສຳພາດວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີນີ້, ກົມລົດຕັງ-ຍານເກາະ ໄດ້ຮັບຄໍາສັ່ງຈາກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ ກົມໃຫຍ່ເສນາທິການກອງທັບ ໃຫ້ຈັດຕັ້ງຫັດແອບເດີນສວນສະໜາມ ເຊິ່ງພາຍຫຼັງທີ່ໄດ້ຄໍາສັ່ງ ຄະນະພັກ-ຄະນະບັນຊາ ໄດ້ປຶກສາຫາລື ແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນການ, ສ້າງຕາຕະລາງໃນການຫັດແອບ, ຄັດເລືອກພະນັກງານ-ນັກຮົບ ໂດຍມາຈາກ 2 ກົມກອງເຂດໃຈກາງນະຄອນຫຼວງວຽງຈັນ, ເຊິ່ງໄດ້ຫັດແອບຈັງຫວະບຸກຄົນພາຍໃນກົມກອງ, ມາຮອດວັນທີ 8 ກັນຍາ 2025 ໄດ້ເຂົ້າຫັດແອບຢູ່ກອງຍິງປືນ 199 ໃນເບື້ອງຕົ້ນໄດ້ເອກະພາບຕາມແຜນການ ຂອງກົມໃຫຍ່ເສນາທິການກອງທັບວາງອອກ ໄລຍະທຳອິດສຸມໃສ່ຫັດແອບຈັງຫວະບຸກຄົນ, ຮູບແຖວໃຫ້ເອກະພາບກັນ, ມາຮອດປັດຈຸບັນ ຜ່ານການຫັດແອບສາມາດຕີລາຄາໄດ້ 60%, ຄາດໝາຍໃນຕໍ່ໜ້າ ຈະໄດ້ເອົາໃຈໃສ່ຫັດແອບຈັງຫວະບຸກຄົນເພີ່ມຕື່ມ ໃຫ້ມີສີໜ້າເຂັ້ມແຂງ, ແຂນຂາໃຫ້ມີຄວາມເອກະພາບຍິ່ງຂຶ້ນ ເພື່ອເຮັດໃຫ້ການເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວຄົບຮອບ 50 ປີ ຄັ້ງນີ້ ສຳເລັດໄດ້ຕາມແຜນການທີ່ວາງໄວ້.
ສະຫາຍ ພັນຕີ ວາດສະໜາ ເມືອງຈັນ ຊ່ວຍວຽກຂະແໜງສັງລວມ, ຄູເຝິກກ້ອນສວນສະໜາມເຫຼົ່າຮົບລົດຕັງ-ຍານເກາະ ໄດ້ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງໄດ້ມີແຜນການ ຄະນະຊີ້ນຳໄດ້ເຕົ້າໂຮມກໍາລັງເຂົ້າຮັບຟັງການເຜີຍແຜ່ເຊື່ອມຊຶມ ແລະ ເຂົ້າຫັດແອບ ເຊິ່ງໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທຳອິດເລັງໃສ່ຈັງຫວະບຸກຄົນ, ຮູບແບບແຖວຂວາງ, ແລະ ຮູບແບບສວນສະໜາມ ເຊິ່ງປັດຈຸບັນຢູ່ໃນໄລຍະທີ 2 ຫັດແອບຮູບແຖວໂດຍການປະກອບ ຈັງຫວະຈັດຮູບແບບ ແລະ ແບກວຸດ, ສ່ວນໄລຍະທີ 3 ໄລຍະເດືອນພະຈິກ ຈະເຂົ້າຫັດແອບຮູບແບບສວນສະໜາມລວມໝູ່ ຢູ່ສູນ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ສະນັ້ນ, ເພື່ອເຮັດຮັບປະກັນເຮັດໃຫ້ການເດີນສວນສະໜາມ ໄດ້ຮັບຜົນສຳເລັດ ໄດ້ຮັບຜົນດີ ຮຽກຮ້ອງມາຍັງພະນັກງານ-ນັກຮົບ ເອົາໃຈໃສ່ຕັ້ງໃຈຫັດແອບ, ມີລະບຽບວິໄນ, ບຸກຄົນຫ້າວຫັນ, ສາມັກຄີກັນໃຫ້ການຫັດແອບສວນສະໜາມທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ເຕັມໄປດ້ວຍຄວາມພູມໃຈ.
ສະຫາຍ ຮ້ອຍເອກ ອານຸພົງ ທິມຄຳພັນ ຊ່ວຍວຽກຂະແໜງກໍ່ສ້າງການເມືອງ ກອງພັນໃຫຍ່ 661, ກໍາລັງສວນສະໜາມເຫຼົ່າຮົບລົດຕັງ-ຍານເກາະ ຕາງໜ້າໃຫ້ພະນັກງານ-ນັກຮົບເດີນສວນສະໜາມ ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເຊິ່ງສະຫາຍໄດ້ກຽມພ້ອມຫຼາຍດ້ານ ເປັນຕົ້ນແມ່ນ ດ້ານສຸຂະພາບ, ລະບຽບວິໄນໃນການຫັດແອບ, ໃນການຫັດແອບ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ; ດ້ານດີຄະນະພັກ-ຄະນະບັນຊາໄດ້ໃຫ້ຄວາມໃກ້ຊິດຕິດແທດເປັນຢ່າງດີ. ສ່ວນຂໍ້ຫຍ້ງຍາກແມ່ນດິນຟ້າອາດບໍ່ເປັນໃຈເຮັດໃຫ້ການຫັດແອບບໍ່ເປັນໄປຕາມແຜນການທີ່ວາງໄວ້, ເຊິ່ງປັດຈຸບັນ ກ້ອນກໍາລັງລົດຕັງ-ຍານເກາະ ແມ່ນມີຄວາມສາມັກຄີ ມີຄວາມຫ້າວຫັນໃນການເຝິກຊ້ອມເປັນຢ່າງດີ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເຂົ້າເດີນສວນສະໜາມສະເຫຼີມສະຫຼອງໃນມື້ແທ້ ຈະຮັບປະກັນໄດ້ຄວາມພ້ອມ, ຈັງຫວະທ່າທາງສີໜ້າ ໃຫ້ຄວາມເປັນລະບຽບຈົບງາມ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















