ຄູຜູ້ໜຶ່ງສອນນັກຮຽນ 5 ຫ້ອງ ຕົ້ນເຫດ ຂອງການສຶກສາບໍ່ໄດ້ມາດຖານ
ເວລາອອກຂ່າວ: 2025-10-16 16:12:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 759 | ຄວາມນິຍົມ: ![]()
ໃນວັນທີ 16 ຕຸລາ 2025 ນີ້, ຄະນະຮັບຜິດຊອບເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV ແລະ ເກັບກຳສະຖິຕິ ຄູສອນອາສາສະໝັກ ເຂົ້າເປັນລັດຖະກອນປ້ອງກັນຊາດ (ທະຫານ) ນຳໂດຍ ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວເຮັດວຽກ ແລະ ເກັບກຳຂໍ້ມູນ ຢູ່ແຂວງອັດຕະປື, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງອັດຕະປື, ກອງບັນຊາການທະຫານເມືອງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ກອງປະຕິບັດງານກໍ່ສ້າງຮາກຖານ, ກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມໃນການສະໜອງຂໍ້ມູນ.
ສະຫາຍ ສຸກສະໄຫວ ຄ່ຽມພິຈິດ ຮອງຫົວໜ້າພະແນກສຶກທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ ລວມເຖິງປະກົດການຫຍໍ້ທໍ້ ກໍຄືການປະລະການຮຽນຂອງນັກຮຽນ. ໃນປັດຈຸບັນ, ສຳລັບໂຮງຮຽນຊັ້ນປະຖົມສຶກສາໃນແຂວງອັດຕະປື ຍັງມີຫຼາຍແຫ່ງທີ່ຂາດແຄນຄູສອນ, ບາງໂຮງຮຽນກໍບໍ່ມີນັກຮຽນ, ຖ້າມີກໍມີໜ້ອຍບໍ່ຮອດ 10 ຄົນ, ກົງກັນຂ້າມບາງໂຮງຮຽນ ມີນັກຮຽນ ແຕ່ບໍ່ມີຄູພຽງພໍ, ມີຫ້ອງຮຽນ 5 ຫ້ອງ ແຕ່ພັດມີຄູພຽງ 1-2 ຄົນ ຈຶ່ງເຮັດໃຫ້ການຂຶ້ນຫ້ອງສອນບໍ່ໄດ້ເຕັມເມັດເຕັມໜ່ວຍ, ສອນຫ້ອງຄວບ, ຕົວຢ່າງ ຊົ່ວໂມງທຳອິດສອນຫ້ອງທີ 1, ຊົ່ວໂມງທີ 2 ສອນຫ້ອງທີ 2, ຊົ່ວໂມງທີ 3 ສອນຫ້ອງທີ 3, ນັ້ນໝາຍຄວາມວ່າ ເວລານາຍຄູສອນຫ້ອງທີ 1 ນັກຮຽນຫ້ອງທີ 2-3 ບໍ່ມີຄູສອນເປັນຊົ່ວໂມງວ່າງ ແລະ ເວລານາຍຄູສອນຫ້ອງທີ 2 ນັກຮຽນຫ້ອງທີ 1 ແລະ ທີ 3 ກໍເປັນຊົ່ວໂມງວ່າງ. ຮ້າຍແຮງໄປກວ່ານັ້ນ ບໍ່ສະເພາະແຕ່ແຂວງອັດຕະປື, ແຂວງອື່ນໆ ກໍຍັງມີໂຮງຮຽນທີ່ມີຄູສອນລັກສະນະຄວບ 5 ຫ້ອງ, ຖືວ່າເປັນວຽກທີ່ໜັກຫຼາຍ ເຖິງແມ່ນວ່າ ຄູມີປະສົບການສູງ, ຜ່ານວິຊາຄູ, ມີຫຼັກການສອນຫ້ອງຄວບ ແລະ ຜ່ານອົບຮົມມາໂດຍກົງມາກໍຕາມ ແຕ່ກໍບໍ່ອາດສາມາດສອນນັກຮຽນໃຫ້ມີທັດສະນະ ແລະ ຄວາມຮູ້ໄດ້ເທົ່າທີ່ຄວນ. ບາງບ່ອນມີໂຮງຮຽນ ຫ້ອງ ປ.1, ປ.2, ປ.3 ຕ້ອງໄດ້ເອົາລວມເປັນຫ້ອງດຽວກັນ ແບ່ງກະດານອອກເປັນ 3 ອັນ ແລ້ວໃຊ້ຄູສອນຜູ້ 1 ສ້າງຄວາມສັບສົນໃຫ້ແກ່ນັກຮຽນ ອັນນີ້ຖືເປັນຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂຢ່າງເລັ່ງດ່ວນ.
ຈາກນັ້ນ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ ໄດ້ພ້ອມກັນຄົ້ນຄວ້າກ່ຽວກັບຮູບແບບການແກ້ໄຂ້ ແລະ ມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູ ແລະ ວຽກງານປິ່ນອ້ອມອື່ນໆ ອີກຈຳນວນໜຶ່ງ ໂດຍສະເພາະແມ່ນການວາງເງື່ອນໄຂ, ມາດຖານ ລວມເຖິງນະໂຍບາຍຕ່າງໆ ກ່ຽວກັບການຮັບເອົາຄູອາສາສະໝັກເຂົ້າມາເປັນລັດຖະກອນປ້ອງກັນຊາດ (ທະຫານ) ແລະ ຄົ້ນຄວ້າສັບຊ້ອນເອົາຜູ້ທີ່ສຳເລັດການເຝິກອົບຮົບວິຊາຄູຊັ້ນປະຖົມສຶກສາໄປຊ່ວຍສອນຢູ່ເຂດທຸລະກັນດານ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງເນັ້ນໜັກຫຼາຍບັນຫາສຳຄັນຕໍ່ກອງປະຊຸມ ແລະ ໄດ້ແລກປ່ຽນອະທິບາຍຢ່າງຄົບຖ້ວນ ກ່ຽວກັບມະຕິ 09/ລບ. ທັງນີ້ ເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນນຳເອົາໄປຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















