ສຳເລັດກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຄັ້ງທີ 13
ເວລາອອກຂ່າວ: 2025-10-16 16:16:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 769 | ຄວາມນິຍົມ: ![]()
ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນແຂວງ, ເຂດ ຄັ້ງທີ 13 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ຕຸລາ 2025 ນີ້, ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຄະນະຝ່າຍລາວນໍາໂດຍ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານກອງບັນຊາການ, ມີທ່ານ ພົນຈັດຕະວາ ຈັນພອນເພັດ ຄຳສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ຄະນະຝ່າຍມຽນມານຳໂດຍ ທ່ານ ພັນເອກ ຈໍມິນທູນ ຜູ້ບັນຊາການ ແຂວງທ່າຂີ້ເຫຼັກ ກອງທັບພາກສາມຫຼ່ຽມ ປະເທດມຽນມາ, ມີຄະນະກຳມະການຊາຍແດນແຫ່ງຊາດ, ຄະນະກົມພົວພັນຕ່າງປະເທດ, ກົມທະຫານຊາຍແດນ, ສອງກອງບັນຊາການທະຫານ-ຕຳຫຼວດ ບໍ່ແກ້ວ-ຫຼວງນ້ຳທາ, ກອງພົນທີ 3, ພະແນກການທີ່ກ່ຽວຂ້ອງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ຂອງການພົວພັນຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນ ລາວ-ມຽນມາ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ, ເປັນການຮ່ວມມືທີ່ເປັນ ມູນເຊື້ອອັນດີງາມ ໃນຖານບ້ານໃກ້ເຮືອນຄຽງ, ຜ່ານມາສອງລັດຖະບານ ກໍຄືກອງທັບຂອງທັງສອງປະເທດ ໄດ້ໃຫ້ຄວາມສໍາຄັນກ່ຽວກັບວຽກງານການປະຕິບັດກົນໄກການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ, ມຽນມາ-ລາວ ແລະ ບັນດາກົນໄກອື່ນໆ ທີ່ມີຢູ່ໃນປັດຈຸບັນ ລະຫວ່າງສອງປະເທດ ລາວ-ມຽນມາ. ນອກຈາກນີ້, ສອງຝ່າຍລາວ-ມຽນມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ (ລາວ- ມຽນມາ-ຈີນ ແລະ ໄທ) ຕາມລໍາແມ່ນໍ້າຂອງຕອນເໜືອ ແລະ ແມ່ນໍ້າລ້ານຊ້າງ ດ້ວຍຜົນສໍາເລັດໃນຫຼາຍດ້ານ ເຊິ່ງໄດ້ສະແດງອອກໃຫ້ເຫັນບັນຍາກາດ, ຄວາມສາມັກຄີຮັກແພງ, ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ທັງສອດຄ່ອງກັບທ່າອ່ຽງລວມ ຂອງການຮ່ວມມືໃນກອບອາຊຽນ, ອະນຸພາກພື້ນ ແລະ ສາກົນ.
ກອງປະຊຸມໄດ້ຮັບຟັງການລາຍງານຈາກຄະນະທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງສອງປະເທດ ລາວ-ມຽນມາ ເຊິ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາສະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ, ປະຊາຊົນທັງສອງປະເທດ ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຂອງສອງປະເທດ, ສອງກອງທັບ ເຊື່ອໝັ້ນວ່າການຮ່ວມມືຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດຊາຍແດນຫຼຸດໜ້ອຍຖອຍລົງ ທັງເປັນແບບຢ່າງໃຫ້ແກ່ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ. ກອງປະຊຸມຄະນະຜູ້ແທນທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນຕື່ມອີກ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















