ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກ້ອນກຳລັງໄຟເພດຍິງ ຂຸ້ນຂ້ຽວຫັດແອບເດີນສວນສະໜາມ ໃຫ້ມີຄວາມເຂັ້ມແຂງສະຫງ່າງາມ
ເວລາອອກຂ່າວ: 2025-10-16 16:24:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 852 | ຄວາມນິຍົມ:



ສະຫາຍ ພັນໂທ ສຸກສະຫວັນ ໂພໄຊທິລາດ ຫົວໜ້າພະແນກແຜນການ ກອງພັນ 369, ຄະນະຊີ້ນຳກ້ອນສວນສະໜາມກອງກຳລັງໄຟເພດຍິງ ໄດ້ໃຫ້ສຳພາດວ່າ: ພາຍຫຼັງທີ່ກອງພັນ 369 ໄດ້ຮັບຄໍາສັ່ງຈາກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນກົມໃຫຍ່ເສນາທິການກອງທັບ ໃຫ້ກະກຽມກ້ອນກຳລັງໄຟເພດຍິງ ເພື່ອເຂົ້າຮ່ວມ ເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຄະນະພັກ-ຄະນະບັນຊາກົມກອງ ໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນແມ່ນໄດ້ສ້າງແຜນການ, ຄັດເລືອກບຸກຄະລາກອນ 134 ສະຫາຍ, ຄະນະຊີ້ນຳ 2 ສະຫາຍ, ຄູ-ອາຈານ 2 ສະຫາຍ, ຄະນະກ້ອນ 2 ສະຫາຍ ເພື່ອຈັດຕັ້ງເປັນກ້ອນສວນສະໜາມກອງກຳລັງໄຟເພດຍິງ ເຊິ່ງໄດ້ຈັດຕັ້ງຫັດແອບຢູ່ກອງຍິງປືນ 199, ຜ່ານການຫັດແອບໃນໄລຍະຜ່ານມາ ສັງເກດໄດ້ວ່າ ພະນັກງານ-ນັກຮົບເພດຍິງ ມີຄວາມບຸກບືນຫ້າວຫັນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດແຜນການຫັດແອບສວນສະໜາມຢ່າງເຂັ້ມງວດ, ໃນຕໍ່ໜ້າແມ່ນຈະສຸມໃສ່ການຫັດແອບ ການສະແດງອອກທາງສີໜ້າ, ຈັງຫວະຮູບແຖວໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ການເດີນສວນສະໜາມໃນຄັ້ງນີ້ ມີຜົນສໍາເລັດຕາມແຜນການຂອງຂັ້ນເທິງວາງໄວ້ກ ສະຫາຍ ພັນຕີ ວີ ວົງນະລາດ ຄູເຝິກສວນສະໜາມກ້ອນກໍາລັງໄຟເພດຍິງ ໄດ້ໃຫ້ຮູ້ວ່າ: ຄູເຝິກ ໄດ້ເອົາໃຈໃສ່ໃນການຄັດເລືອກມາດຖານລວງສູງ, ສຸຂະພາບຕ່າງໆ. ການຫັດແອບໄດ້ເລີ່ມແຕ່ວັນທີ 8 ກັນຍາ 2025 ເປັນຕົ້ນມາ ເຊິ່ງໄດ້ສຸມໃສ່ດ້ານລະບຽບວິໄນ, ການຮັກສາສຸຂະພາບເປັນຫຼັກ ເພາະກ້ອນກຳລັງລ້ວນແລ້ວແຕ່ເປັນເພດຍິງ ເບື້ອງຕົ້ນໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ຫັດແອບຈັງຫວະບຸກຄົນ, ເຕັກນິກບຸກຄົນສວນສະໜາມ, ໄລຍະທີ 2 ຫັດແອບບັນດາຮູບແຖວຂວາງ, ໄລຍະທີ 3 ເຂົ້າຫັດແອບປະສານລວມໝູ່ຢູ່ຜາມໄຊ ວິທະຍາຄານ ນາຍທະຫານບົກ ກົມມະດຳ. ສະນັ້ນ, ເພື່ອຮັບປະກັນໃຫ້ການເດີນຂະບວນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃຫ້ໄດ້ຮັບໝາກຜົນສູງ, ຮຽກຮ້ອງມາຍັງພະນັກງານ-ນັກຮົບພາຍໃນກ້ອນ ຈົ່ງພ້ອນກັນເອົາໃຈໃສ່ສູ້ຊົນຫັດແອບຕາມຕາຕະລາງຕາມແຜນຂອງຂັ້ນເທິງຢ່າງເຂັ້ມງວດ ສະແດງອອກໃຫ້ໄດ້ຄວາມເປັນລະບຽບຈົບງາມ ແລະ ຄວາມເຂັ້ມແຂງຂອງກອງທັບ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ