ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ຫ້ອງ​ການເມືອງ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2025
ເວລາອອກຂ່າວ: 2025-11-13 09:00:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 604 | ຄວາມນິຍົມ:



ໃນ​ວັນ​ທີ 8 ພະຈິກ 2025 ນີ້, ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຕັ້ງ​ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສີ​ປະເສີດ ສອນ​ພັນ ຮັກສາ​ການ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ ພະນັກງານ-ນັກ ຮົບ ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ​ເຝິກຝົນ​ກຳລັງ​ແຮງ​ກາຍ​ຂອງ​ພະນັກງານ-ນັກຮົບ ປະຈຳ​ປີ 2025 ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ເພື່ອ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ຢູ່​ກົມ​ກອງ​ຂອງ​ຕົນ ໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ສູງ. ການ​ອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້, ນອກຈາກ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ​ຂອງ​ພະນັກງານ-ນັກຮົບ ຢູ່​ພາຍ​ໃນ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ໃຫ້​ມີ​ພິກໄຫວ​ຄ່ອງ​ແຄ້ວ​ແລ້ວ, ຍັງ​ເປັນ​ການ​ສ້າງ​ກົມ​ກອງ​ໃຫ້​ມີ​ລະບຽບ​ວິໄນ​ທີ່​ເຂັ້ມ​ງວດ ແລະ ປັບປຸງ​ກົມ​ກອງ​ໃຫ້​ກາຍເປັນ​ກົມກອງປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ເຝິກຝົນ​ໃຫ້​ພະນັກງານ-ນັກຮົບ​ມີ​ສຸຂະພາບ​ແຂງແຮງ, ເຂັ້ມ​ແຂງ​ ​ກຽມພ້ອມ​ຮັບ​ໃຊ້​ໜ້າທີ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ໃນ​ທຸກ​ເງື່ອນໄຂ; ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ເຫັນ​ໄດ້​ວ່າ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ແມ່ນກຳ​ ແໜ້ນ​ບົດຮຽນ ແລະ ຮູ້​ໝູນ​ໃຊ້​ທິດ​ສະ​ດີ, ຫຼັກການ​ເຂົ້າ​ໃນ​ການ​ການ​ປະຕິບັດ​ຕົວ​ຈິງ ສາມາດ​ບັນລຸ​ໄດ້​ ຂັ້ນ​ເກັ່ງ 1 ສະຫາຍ ເທົ່າ​ກັບ 1,51%, ຂັ້ນ​ດີ 5 ສະຫາຍ ເທົ່າ​ກັບ 7,57% ແລະ ຄາດໝາຍ 60 ສະຫາຍ ເທົ່າ​ກັບ 90,90%; ພ້ອມ​ທັງ​ຮັບປະກັນ​ໄດ້​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຮັກສາ​ໄດ້​ຄວາມ​ປອດ​ໄພ 100%. ໂດຍ: ໄຊ​ຍະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ