ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ຫ້ອງການ​ຊາວ​ໜຸ່ມ​ກອງທັບ ປະກາດ​ການຈັດຕັ້ງ​ຂັ້ນ​ພະ​ແນກ
ເວລາອອກຂ່າວ: 2025-11-13 09:05:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:



ໃນ​ວັນ​ທີ 12 ພະຈິກ 2025 ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ຈັດ​ພິທີ​ປະກາດ​ການຈັດຕັ້ງ​ຂັ້ນ​ພະ​ແນກ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄອນ​ສະຫວັນ ແກ້ວ​ທອນ​ຈັນ ຫົວໜ້າ​ພະ​ແນກ​ພະນັກ ງານ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ, ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ພະແນກການ​ຂຶ້ນ​ກັບ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ​ຄື​ດັ່ງນີ້: ແຕ່ງຕັ້ງ ສະຫາຍ ພັນ​ໂທ ນາງ ສີ​ໄຄ ພົມມະຈັນ ເປັນ​ຫົວໜ້າ​ພະ​ແນກ​ໂຄສະນາ-ຂະ​ບວນ​ການ, ສະຫາຍ ພັນ​ໂທ ພັນທະ​ຈັກ ດາ​ສະຫວັນ ເປັນ​ຫົວໜ້າ​ພະ​ແນກ​ສັງ​ລວມ, ສະຫາຍ ພັນ​ຕີ ສອນ​ຈັນ ສຸ​ລິ​ທອງ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ສັງ​ລວມ ແລະ ສະຫາຍ ພັນ​ຕີ ຄຳ​ຫຼ້າ ອິນ​ທະລາ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ໂຄສະນາ-ຂະ​ບວນ​ການ ໂດຍ: ນາງ ໜູ​ແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ