ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 26 ມີນາ 2025

  

ຣັດ​ເຊຍ ​ທົດ​ລອງ​ຖານຍິງລູກ​ສອນ​ໄຟ​ Tornado-S
ເວລາອອກຂ່າວ: 2024-11-06 09:30:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງານ​ໃຫ້​ຮູ້​ວ່າ: ຣັດ​ເຊຍ ໄດ້​ທົດ​ລອງ​ຖານຍິງລະບົບ​ລູກ​ສອນ​ໄຟ ​ລຸ້ນ Tornado-S ຈຳນວນ ຫຼາຍຄັ້ງ, ເຊິ່ງ​ລູກ​ສອນ​ໄຟ​ຊະນິດ​​ນີ້ ໄດ້​ຮັບ​ການ​ພັດທະນາ​ຈາກ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີ ລຸ້ນ MB-30 Smerch ທີ່​ຜະລິດ​ໂດຍສະຫະພາບ​ໂຊ​ວຽດ ແລະ ໄດ້​​ຍົກ​ລະດັບ​ໃຫ້​ເປັນ​ລູກ​ສອນ​ໄຟ Tornado-S ທີ່​ທັນ​ສະໄໝທີ່​ສຸດ​​ໃນ​ປັດຈຸບັນ. ລະບົບລູກ​ສອນ​ໄຟ Tornado-S ມີ​ນ້ຳໜັກລວມ ​ປະມານ 25 ໂຕນ, ມີ​ທໍ່​ຍິງ​ຂະໜາດ 300 ​ມມ ຈຳນວນ 12 ທໍ່​ຍິງ, ມີ​ໄລຍະ​ຍິງ​ໄກ ປະມານ 120 ກິໂລແມັດ. ລະບົບ​ຂອງ​ລູກ​ສອນ​ໄຟ​ຊະນິດ​ນີ້ ສາມາດ​ໃຊ້​ຮ່ວມ​ກັບ​ຖານ​ຍິງ​ລູກ​ສອນ​ໄຟ​ນຳ​ທາງ​ຊຸດ​ໃຫມ່​ໄດ້​ເປັນຕົ້ນ​ແມ່ນ: ລຸ້ນ 9M542, 9M544 ແລະ ລຸ້ນ 9M549. ລູກ​ສອນ​ໄຟ​ລຸ້ນ​ນີ້ ​ບໍ່​ຄື​ກັບ​ລູກ​ສອນ​ໄຟ ແບບ​ດັ້ງເດີມ, ເນື່ອງ ຈາກ Tornado-S ໄດ້​ຖືກ​ອອກ​ແບບ​ມາ​ເພື່ອ​ໂຈມ​ຕີ​ເປົ້າ​ໝາຍ​ທີ່​ກຳລັງ​ເຄື່ອນ​ໄຫວ​ໄດ້​ຢ່າງ​ແມ່ນ​ຢຳ ຄ້າຍຄື​ກັບ​ລະບົບ HIMARS ທີ່​ຜະລິດ​ໂດຍ​ສະຫະລັດ ອາ​ເມ​ຣິ​ ກາ. ລູກ​ສອນ​ໄຟ Tornado-S ຖືກ​ຜະລິດ ແລະ ປະສົມ​ປະສານ​ກັບ​ເຄື່ອງມື​ນຳ​ທາງ​ທີ່​ມີ​ຄວາມ​ທັນ​ສະໄໝ, ລວມ​ທັງ​ຍັງ​ຕິດ​ຕັ້ງ​ລະບົບ​​ດາວ​ທຽມນຳ​ທາງ ລຸ້ນ GLONASS ແລະ gyro compass ເຮັດ​ໃຫ້​ສາມາດ​ຊອກ​ຄົ້ນ​ຫາ​​ເປົ້າ​ໝາຍ​ໄດ້ເປັນ​ຢ່າງ​ດີ ແລະ ທໍາລາຍໄດ້ຢ່າງມີ​ປະສິດທິພາບ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ