ຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 2 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳ 6 ເດືອນທ້າຍປີ
ເວລາອອກຂ່າວ: 2024-12-04 09:23:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1629 | ຄວາມນິຍົມ:
ໃນວັນທີ 27 ພະຈິກ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມກອງພັນທີ 2 (ນັກຮຽນ ມ.6) ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳ 6 ເດືອນທ້າຍປີ 2024 ແລະ ວາງທິດທາງແຜນການ ປະຈຳ 6 ເດືອນຕົ້ນປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ພັດ ພອນມະນີ ຫົວໜ້າການເມືອງ ກອງພັນ, ມີຄະນະນຳ ຊາວໜຸ່ມຫ້ອງການ, ກອງພັນ ຕະ ຫຼອດຮອດສະມາຊິກຊາວໜຸ່ມ ທົ່ວກອງພັນທີ 2 ເຂົ້າຮ່ວມ
ສະຫາຍ ຮ້ອຍເອກ ອານດີ ເຊິນ ທຳມະວົງ ເລຂາຄະນະບໍ ລິຫານງານຊາວໜຸ່ມກອງພັນ ທີ 2 ໄດ້ສະຫຼຸບຄືນການເຄື່ອນ ໄຫວວຽກງານໃນໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານຊາວໜຸ່ມໄດ້ເອົາໃຈໃສ່ນຳພາ- ຊີ້ນໍາຄະນະໜ່ວຍ ແລະ ສະມາ ຊິກຊາວໜຸ່ມເຄື່ອນໄຫວຕາມພາ ລະບົດບາດ, ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ທຸກຂະບວນການຂອງກົມກອງ ໂດຍສະເພາະແມ່ນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ, ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນສຳຄັນ, ຖືເອົາການຕຳນິກໍ່ ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນກົກ, ສະມາຊິກຊາວໜຸ່ມມີສະຕິຕື່ນຕົວ ປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເຂົ້່າຮ່ວມຂະບວນການຕ່າງໆຂອງກົມກອງ ເຮັດໃຫ້ກົມກອງມີບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການຄົ້ນຄວ້າຮໍ່າຮຽນ, ການປັບປຸງກໍ່ສ້າງກົມກອງ, ປະດັບປະດາຄ້າຍຄູ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ຄະນະບໍລິຫານງານຊາວໜຸ່ມຍັງໄດ້ຊຸກຍູ້ສະມາຊິກຊາວໜຸ່ມອອກແຮງເພີ່ມພູນຜະລິດຜົນ ຕາມທິດ 4 ປູກ 4 ລ້ຽງ ທີ່ກົມ ໃຫຍ່ພະລາທິການກອງທັບວາງອອກໄດ້ເປັນຢ່າງດີ ໃນນີ້, ປູກພືດຜັກຊະນິດຕ່າງໆ ໄດ້ 350 ກິໂລກຣາມ ເປັນເງິນ 1.750.000 ກີບ, ລ້ຽງໝູໄດ້ 14 ໂຕ ນອກນີ້, ວຽກງານປິ່ນອ້ອມອື່ນໆ ຂອງກົມກອງກໍມີຜົນສຳເລັດເປັນຢ່າງສູງ ຈາກຜົນງານດັ່ງກ່າວ ສາມາດສ້າງໄດ້ຊາວໜຸ່ມນຳໜ້າ 4 ບຸກໄດ້ 100%.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ