ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2024-12-04 09:24:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1141 | ຄວາມນິຍົມ:



ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພະຈິກ 2024, ໂດຍ​ການ​ເປັນ​ປະທານ ​ຂອງ​ສະຫາຍ ພັນ​ເອກ ຕຸ້ຍ ພົມ​ມີ​ໄຊ ເລຂາຄະ ນະ​ພັກ​, ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີທ່ານ ນາງ ອຳພອນ ອິນຕາ​ລາ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ແຂວງອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ອົງການ 5 ຫ້ອງ, ​ກອງບັນຊາການ ປກສ ແຂວງ, ກອງພັນ​ 414, ກອງ​ບັນຊາ​ການ​ທະຫານ​ເມືອງ, ໂຮງ ຮຽນ, ໂຮງໝໍ, ກອງ​ພົນ​ທີ 3 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ອຳພອນ ເພັດ​ສຸພາ​ພອນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ​ ໄດ້​ຜ່ານ​ຮ່າງ​ບົດ​ສະຫຼຸບ​ການ ເຄື່ອນໄຫວ​ວຽກ​ງານ​ໃນ​ໄລຍະ 5 ປີຜ່ານມາ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ເປັນຕົ້ນໄດ້​ຖື​ເອົາ​ວຽກງານ​ສຶກ ​ສາ​ອົບຮົມ​ການເມືອງ-ນໍາພາ ແນວ​ຄິດ​ເປັນ​ກົກ ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ສະມາຊິກ​ສະຫະພັນ​ແມ່ຍິງ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ກອງທັບ ກໍຄື​ ກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ, ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂະ​ບວນ​ການ 3 ດີ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ແຂງແຮງ ແລະ ໄດ້​ເອົາໃຈໃສ່​ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ ເພື່ອ​ປັບປຸງ​ກໍ່ສ້າງ​ສະມາຊິກ​ສະຫະພັນ​ແມ່ຍິງ​ຢູ່​ກົມ​ກອງ​ໃຫ້​ມີ​ຄວາມ​ສາມັກຄີ ໃນ​ນີ້,​ໄດ້​ເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຕ່າງໆ ​ຂອງ​ພັກ, ຂອງ​ຊາດ ກໍ​ຄື​ຂອງ​ກອງທັບ, ສະຫຼຸບ​ຕີ​ລາຄາ​ຂະ​ຂວນ​ແຂ່ງຂັນ 3 ດີ, ຄັດ​ເລືອກ​ບຸກຄົນ​ເປັນ​ພົນລະເມືອງ​ດີ 180 ສະຫາຍ, ພັດທະນາ​ດີ 184 ສະຫາຍ, ຄອບຄົວ​ດີ 183 ສະຫາຍ, ບຸກຄົນ 3 ດີ ປະເພດ I ມີ 179 ສະຫາຍ, ປະເພດ II ມີ 11 ສະຫາຍ, ໄດ້​ຮັບ​ໜ່ວຍ​ແມ່ ຍິງ 3 ດີ 5 ປີ​ຊ້ອນ ນອກຈາກ​ນັ້ນ, ຍັງ​ໄດ້​ປຸກລະດົມ-ຊຸກຍູ້​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ເຮັດ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ ປູກ​ຝັງ-ລ້ຽງສັດ ບົນ​ຈິດໃຈ​ເພິ່ງຕົນ ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ຈາກນັ້ນ, ຜູ້​ແທນ​ກອງ​​ປະຊຸມ​ໄດ້​ພ້ອມ​ກັນ​​ປະກອບ​ຄຳ​ຄິດເຫັນ​ໃສ່​ບົດ​ສະຫຼຸບ ແລະ ເປັນ​ເອກະສັນ​ຮັບຮອງ​ເອົາ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ. ໂອກາດ​​ນີ້, ຍັງໄດ້​ຜ່ານ​ຂໍ້​ຕົກລົງ ​ຂອງ​ປະທານ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ແຂວງ ວ່າ​ດ້ວຍ​ການ​ຍ້ອງຍໍ​ຜົນ ງານ 5 ປີ ໃຫ້​ສະມາຊິກ​ສະຫະ ພັນ​ແມ່ຍິງ​ຮາກ​ຖານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ​ ຈຳ ນວນ 176 ສະຫາຍ ຕື່ມອີກ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ