ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ແຂວງ​ຫຼວງ​ພະ​ບາງ ກັບ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ, ແຂວງ​ເຊິນ​ລາ ແລກປ່ຽນ​ວຽກ​ງານ​ຊາຍ​ແດນ
ເວລາອອກຂ່າວ: 2024-12-04 09:26:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1810 | ຄວາມນິຍົມ:



ວັນ​ທີ 26 ພະຈິກ 2024, ຢູ່​​ທີ່ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ກອງປະ ຊຸມພົບ​ປະ​ແລກປ່ຽນ​ວຽກ​ງານ​ຊາຍ​ແດນ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ແຂວງ​ຫຼວງ​ພະ​ບາງ ແຫ່ງ ​ສປປ ລາວ ກັບ ກອງ​ບັນຊາ​ການ​ທະ ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ດຽນ​ບຽນ ແລະ ແຂວງ​ເຊິນລາ ​ສສ ຫວຽດນາມ ປະຈຳ​ປີ 2024, ຝ່າຍ​ລາວ ນຳ​ໂດຍ ສະຫາຍ ພັນເອກ ຄຳ​ພອນ ແສນ​ສີ​ວົງສາ ຫົວໜ້າ​ການ​ທະຫານ ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ສະຫາຍ ພັນ​ໂທ ຄຳ​ຮອນ ທອງ​ແຊວ​ກໍ​ວີ​ວັນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ແລະ ຝ່າຍ​ຫວຽດນາມ ນໍາໂດຍ ສະຫາຍ ພັນ​ເອກ ຟ້າມ​ຮົ່ງ​ຢາງ ຮອງ​ຫົວໜ້າ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນແຂວງ​ດຽນ​ບຽນ ແລະ ສະຫາຍ ພັນ​ເອກ ບ່ານ​ວັນ​ແຈ໋ງ ຮອງ​ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນແຂວງເຊີນ​ລາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ ​ສອງ​ຝ່າຍໄດ້​ ຜັດປ່ຽນ​ກັນ​ຜ່ານ​ບົດ​ລາຍງານ​ ສະພາບ​ຊາຍ​ແດນ​ໃຫ້​ກັນ​ຊາບ ເຊິ່ງ​ໄດ້​ຍົກ​​ໃ​ຫ້ເ​​ຫັນ​ສະພາບ​ລວມ​ຢູ່​ລຽບ​ຕາມ​ຊາຍ​ແດນ​ຂອງສອງ​ຝ່າຍ ​ຍັງ​ມີ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ກໍ່​ຄວາມ​ບໍ່​ສະຫງົບ​ຢູ່​ລຽບ​ຕາມ​ຊາຍ​ແດນ, ເຂດ​ຫ່າງ​ໄກ​ສອກ​ຫຼີກ ໂຄສະນາ​ຊວນ​ເຊື່ອ​ບໍ່​ໃຫ້​ປະຊາຊົນ​ໃນ​ການ​ເຂົ້າ​ຮ່ວມ ເຊື່ອ​ຖື​ສາ​ສະ​ໜາ​​ທີ່ຂັດ​ກັບ​ກົດໝາຍ, ການເຄື່ອນໄຫວ​ຄ້າຂາຍ​ເຖື່ອນ, ຄ້າຂາຍ​ຢາ​ເສບ​ຕິດ, ບັນຫາ​ການ​ຄ້າ​ມະນຸດ, ການຍົກຍ້າຍ​ພູມລຳເນົາ​ແບບ​ເສລີ, ການ​ ແຕ່ງ​ງານ​​ທີ່ບໍ່​ຖືກ​ຕາມ​ກົດໝາຍ​ຂອງ​ສອງ​ຊາດ, ການ​ລັກລອບ​ເຂົ້າ-ອອກ​ເມືອງ​ຜິດ​ກົດໝາຍ​ຢູ່​ບັນດາ​ປ່ອງ​ຂ້າມ​ລອຍ​ຕ່າງໆ ແລະ ການ​ຂຸດ​ຄົ້ນ​ເຄື່ອງ​ປ່າ​ຂອງ​ດົງ​​ທີ່ຫວງ​ຫ້າມ​ຕ່າງໆ, ສະ ພາບ​ປະຊາຊົນ​ລຽບ​ຕາມ​ຊາຍ​ແດນ​ຍັງ​ຮັກສາ​ໄດ້​ຄວາມສະຫງົບ ແລະ ມີ​ສະຖຽນ​ລະພາບ, ຮັກສາ​ໄດ້​ມູນເຊື້ອ​ຄວາມ​ສາມັກຄີ​ມິດຕະພາບ, ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ຂໍ້​ກຳນົດ, ກົດ​ລະບຽບ, ກົດໝາຍ​ຂອງ ລັດ, ໄປມາຫາສູ່, ແລກປ່ຽນ​ສິນຄ້າ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອ​ພັດທະນາ​ເສດຖະກິດ​ຄອບຄົວ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ສຳລັບ​ທິດ​ທາງ​ຕໍ່ໜ້າສອງຝ່າຍ ​ຈະ​​ສືບຕໍ່​ເພີ່​ມ​ທະວີ​ທຸກ​ການ ເຄື່ອນໄຫວ, ສືບຕໍ່​ໂຄສະນາສຶກ​ ສາ​ອົບຮົມ​​ປະຊາຊົນ​ຮັບ​ຮູ້ເຂົ້າໃຈ​ຢ່າງ​ເລິກເຊິ່ງກ່ຽວກັບຂໍ້ກຳນົດ​ກົດ​ລະບຽບ​ຊາຍ​ແດນ, ກົດ ໝາຍ​ລະຫວ່າງ​ຊາດ ເພື່ອປະ ກອບສ່ວນ​ສ້າງ​ເສັ້ນຊາຍແດນ ​ໃຫ້​ມີ​ສັນຕິພາບ, ມິດຕະພາບ, ເພີ່ມ​ທະວີ​ເປັນ​ເຈົ້າ​ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ເກັບ​ ກຳ​ສະພາບ, ເຄື່ອນ​ໄຫວລາດ ຕະເວນ​ຮ່ວມ​ຂອງ​ສອງ​ຝ່າຍ, ຊີ້​ນຳ​ບັນດາ​ກົມ​ກອງທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຮກສ່ຽວ​ໃນ​ການເຄື່ອນໄຫວ​ກວດກາ​ລາດ ຕະເວນ​ຮ່ວມ​ຕາມ​ບົດ​ບັນທຶກ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ຝ່າຍ ຈາກ​ນັ້ນ, ​ຜູ້​ແທນ​ທັງສອງ​ຝ່າຍ​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ກອງ​ປະ​ຊຸມ​, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​​ບົດ​ບັນທຶກ​ຊ່ວຍ​ຈຳ ພົວພັນ​ຮ່ວມ​ມື​ປະສານ​ງານ​ການ​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ ແລະ ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານປ້ອງກັນຊາຍແດນ​ແຂວງ​ດຽນ​ບຽນ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ປະຈຳ​ປີ 2025. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ