ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ສະແດງຜ່ານລາຍການສະແດງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 80 ປີ
ເວລາອອກຂ່າວ: 2024-12-04 10:02:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2362 | ຄວາມນິຍົມ:



ວັນທີ 03 ທັນວາ 2024 ນີ້, ກອງສິລະປະກອນກອງທັບ ປະຊາຊົນລາວ ໄດ້ສະແດງຜ່ານລາຍການສະແດງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 80 ປີ, ໂດຍມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບ, ມີຄະນະກົມໃຫຍ່ພະລາທິການ, ຫ້ອງວ່າການກະຊວງ, ຫ້ອງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ມີ ຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານ-ນັກຮົບ ກອງສິລະປະກອນກອງທັບເຂົ້າຮ່ວມ. ການສະແດງໃນຄັ້ງນີ້ ແມ່ນອີງຕາມແຜນການຮ່ວມມື ປະຈຳປີ 2024 ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄະນະສິລະປະກອນກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ສະແດງມິດຕະພາບ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ຄົບຮອບ 80 ປີ; ອີງຕາມ ແຈ້ງການຂອງຫ້ອງການກົມໃຫຍ່ການເມືອງກອງທັບ ເລື່ອງຈັດຕັ້ງຜັນຂະຫຍາຍການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2024; ອີງໃສ່ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງພະນັກງານ-ນັກສະແດງ ໄປເຄື່ອນໄຫວສະແດງສິລະປະ, ວັດທະນະທໍາ ຢູ່ ສສ ຫວຽດນາາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ຄົບຮອບ 80 ປີ. ສະນັ້ນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຂອງກອງສິລະປະກອນກອງທັບປະຊາຊົນລາວ ຢູ່ ສສ ຫວຽດນາມ ຄັ້ງນີ້ ໃຫ້ມີຜົນສໍາເລັດໄປດ້ວຍດີ ກອງສິລະປະກອນກອງທັບ ຈຶ່ງໄດ້ຈັດຕັ້ງການສະແດງລາຍງານຜ່ານຂັ້ນເທິງ ແລະ ຄະນະກຳມະການ ເພື່ອຂໍຄໍາເຫັນຊີ້ນໍາ ແລະ ເພື່ອເປັນການປັບປຸງເຮັດໃຫ້ລາຍການສະແດງສິລະປະ, ວັດທະນະທໍາຖືກຕ້ອງເໝາະສົມ ແລະ ແທດເໝາະກັບຫຼັກວິຊາການ. ສ່ວນລາຍການທີ່ນໍາມາສະແດງຜ່ານໃນມື້ນີ້ ປະກອບມີ 15 ລາຍການ ໃນນີ້: ມີບົດເພງຫວຽດນາມ 4 ບົດ; ເພງລາວ 5 ບົດ; ຂັບລຳພື້ນເມືອງ 1 ບົດ; ເສບດົນຕຣີ ພື້ນເມືອງ 1 ບົດ ແລະ ບົດຟ້ອນເອກະລາດ 4 ບົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ