ສື່ມວນຊົນ ທັດສະນະສຶກສາ ໂຄງການຕ່າງໆ ທີ່ເມືອງຂວາ ແຂວງຜົ້ງສາລີ
ເວລາອອກຂ່າວ: 2024-12-04 13:27:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2127 | ຄວາມນິຍົມ:
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນາໆຊາດ ປະຈໍາ ສປປ ລາວ ນໍາໂດຍ ທ່ານນາງບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ອົງການແຄຣນາໆຊາດ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ນໍາພາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ຈໍານວນ 40 ຄົນ ພາຍໃຕ້ໂຄງການສ້າງຄວາມເຂັມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາສີຂຽວໃນ ສປປ ລາວ, ຊຶ່ງໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ ໄປທັດສະນະສຶກສາ ແລະ ຢ້ຽມຢາມ ກິດຈະກຳໂຄງການ ທີ່ຈັດຕັ້ງປະຕິບັດ ຢູ່ ທີ່ ເມືອງຂວາ ແຂວງຜົ້ງສາລີ ໃນລະຫວ່າງວັນທີ 3-6 ທັນວານີ້.
ກິດຈະກໍາທັດສະນະສຶກສາ ແລະ ຢ້ຽມຢາມໃນຄັ້ງນີ້, ເພື່ອໃຫ້ສື່ມວນຊົນ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ກັບໂຄງການ GAMCIL ໃນໄລຍະຜ່ານມາ ໄດ້ເຄື່ອນໄຫວປະຕິບັດວຽກງານໃນຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວສີຂຽວ. ໃນໄລຍະການທັດສະນະສຶກສາ ແລະ ຢ້ຽມຢາມຄັ້ງນີ້, ສື່ມວນຊົນ ໄດ້ເຂົ້າພົບປະພະນັກງານອົງການແຄຣ ນາໆຊາດ ປະຈໍາ ເມືອງຂວາ ແຂວງ ຜົ້ງສາລີ ເພື່ອຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງການດັ່ງກ່າວ; ໄປຢ້ຽມ ຢາມກິດຈະກໍາໂຄງການ WECR ທີ່ ບ້ານກຸງເກືອຍ, ຢ້ຽມຢາມ, ສໍາພາດ ຄອບຄົວຕົວແບບກິດຈະກໍາປູກຜັກ ສວນຄົວເຮືອນຮົ່ມ, ຄອບຄົວຕົວແບບກິດຈະກໍາລ້ຽງເຜິ້ງ, ໂຄງການ KFSPF, ກິດຈະກໍານໍ້າລິນ ທີ່ ບ້ານໃໝ່ ແລະ ອື່ນໆ. ໃນໂອກາດນີ້, ທີມສື່ມວນຊົນ ຍັງຈະໄດ້ເດີນທາງໄປທັດສະນະ ແລະ ຢ້ຽມຢາມວັດພະເຈົ້າສິງຄໍາ ທີ່ ເມືອງຫຼາ ແຂວງອຸດົມໄຊ, ໄປທ່ຽວຊົມສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າກັດຢໍລະປາ ເມືອງໄຊ ແຂວງອຸດົມໄຊ. ຫຼັງຈາກນັ້ນ, ຈະໄດ້ພ້ອມສະຫຼຸບ, ຖອດຖອນບົດຮຽນຮ່ວມກັນ. ການທັດສະນະສຶກສາ ແລະ ຢ້ຽມຢາມໃນຄັ້ງນີ້, ສື່ມວນຊົນ ໄດ້ເກັບກຳຮູບພາບ, ວິດີໂອ ແລະ ສຳພາດ ເພື່ອເກັບກໍ້າຂໍ້ມູນຕ່າງໆ. ຫຼັງຈາກສໍາເລັດກິດຈະກໍາໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະນໍາຂຽນຂ່າວ, ບົດຕ່າງໆລົງສື່ຕ່າງໆຂອງຕົນແລ້ວ ຍັງຈະໄດ້ສົ່ງວຽກບ້ານໃຫ້ທາງໂຄງການ ໂດຍສະເພາະຂຽນຂ່າວ-ບົດຄວາມທີ່ກ່ຽວຂ້ອງກັບການພັດທະນາສີຂຽວ ແລະ ບົດບາດຍິງ-ຊາຍ, ຂຽນບົດເລື່ອງ, ສົ່ງຮູບພາບທີ່ກ່ຽວຂ້ອງກັບການລົງຢ້ຽມໃຫ້ແກ່ໂຄງການ, ຕັດຕໍ່ວີດີໂອ ປະກອບສຽງ ແລະ ອື່ນໆ ເພື່ອເປັນຜົນງານນໍາໄປຄັດເລືອກ ເຂົ້າຮ່ວມກິດຈະກໍາຂອງໂຄງການໃນຂັ້ນຕໍ່ໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ