ກອງພັນໃຫຍ່ 279 ມອບເງິນໃຫ້ນາຍທະຫານ ທີ່ພັກການ ຮັບບຳນານ
ເວລາອອກຂ່າວ: 2024-12-05 09:15:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:
ວັນທີ 26 ພະຈິກ ປີ 2024 ກອງພັນໃຫຍ່ 279 ມອບເງິນໃຫ້ນາຍທະຫານ ທີ່ພັກການ ຮັບບຳນານ ອີງຕາມຕາມກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ); ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງ, ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະທານ ພັກການ ຮັບບຳ ນານ ຈຳນວນ 1 ສະຫາຍ ຄື: ສະຫາຍ ພັນຕີ ຫງຽນ ຈິດຕະພົນ ພັກການ ຮັບເງິນອຸດໜູນບຳນານ ຈຳນວນ 17.657.650 ກີບ, ໂດຍມີ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງຈຳນວນເງິນດັ່ງກ່າວມອບໃຫ້ເພື່ອເປັນທຶນຮອນໃນການປັບປຸງຊີວິດການເປັນຢູ່ໃຫ້ສອດ ຄ່ອງເໝາະສົມ.
ການມອບເງິນນະໂຍບາຍຄັ້ງນີ້ເປັນການປະຕິບັດນະໂຍ ບາຍລວມຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນທະຫານໃນຖັນແຖວກອງທັບປະຊາຊົນລາວທີ່
ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດກໍຄືກົມກອງຕາມໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະຜ່ານມາ ທັງເປັນ
ການປະຕິບັດຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຕອບບຸນແທນຄຸນ ທີ່ສະຫາຍໄດ້ເສຍ ສະຫຼະແຮງກາຍສະຕິປັນຍາຂອງຕົນ ເພື່ອ
ພາລະກິດປົກປັກຮັກສາປະເທດ ຊາດ ກໍຄືການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ.
ໂດຍ: ນ໋ອດ ແສນຈົງຮັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ