ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຫຼາຍ​ກົມ​ກອງ​ປິດ​ຊຸດ​ອົບຮົມ-ຫັດ​ແອບ ​ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-05 09:23:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:



ໃນ​ໄລຍະ​ກາງ​ເດືອນຫາທ້າຍ ​ເດືອນ​ພະຈິກ ຜ່ານ​ມາ, ຫຼາຍ​ກົມ​ກອງ​ໄດ້​ຈັດ​ຕັ້ງ​ປິດ​ບັ້ນ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະ ຫານ, ພະລາທິການ-ເຕັກນິກ ແລະ ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2024. ແຕ່​ລະ​ກົມ​ກອງ ໄດ້​ຕີ​ລາຄາ​ຄືນ​ການ​ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ, ຍົກ​ໃຫ້​ເຫັນ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ, ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ແລະ ຜົນ​ໄດ້​ຮັບ ຜ່ານ​ການ​ອົບຮົມ-ຫັດ​ແອບ ໃນ​ໄລຍະ​ຜ່ານ​ມາ. ໃນ​ນີ້ ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ: ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ຄຳ​ບົງ ໄຊ​ຍະ​ວົງສາ ຫົວ ໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ. ຜ່ານ​ການ​ອົບຮົມ-ຫັດ​ແອບ​ທັງ​ພາກ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ​ໃນ 2 ໄລຍະ​ຜ່ານ​ມາ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ຄື: ພາກ​ການເມືອງ ເທົ່າ​ກັບ 99,99%, ພາກ​ພະລາທິການ 95,23%, ພາກ​ວຽກງານ​ເຕັກນິກ 99,99%, ວິຊາ​ລະບຽບ 96,42%, ວິຊາ​ກິລາ 97,61% ວິຊາ​ສິລະ​ປະຍຸດ​ທະຫານ​ຮາບ 97,61% ແລະ ວິຊາ​ຍຸດທະວິທີ​ທະຫານ​ຮາບ ເທົ່າ​ກັບ 95,22%. ໃນ​ໂອກາດ​ດຽວ​ກັນ, ຍັງ​ໄດ້​ເຜີຍ ແຜ່​ບົດ​ຖະແຫຼງ​ຂ່າວ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44 ແລະ 45 ຕື່ມ​ອີກ. + ສານ​ທະຫານ​ພາກ​ເໜືອ ແລະ ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ: ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້, ໂດຍ​ການ​ມີ​ສະຫາຍ ພັນ​ເອກ ໄຊ​ຍະ​ພອນ ພິຈິດ ປະທານ​ສານ​ທະຫານ​ພາກ​ເໜືອ, ສະຫາຍ ພັນ​ໂທ ສົມ​ແພງ ສີ​ສົມ​ພັນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ ເຂົ້າ​ຮ່ວມ. ການຈັດຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້ ເປັນ​ການ​ທົບ​ທວນຄືນ​ບັນດາ​ບົດຮຽນ, ກວດກາ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຂອງ​ພະນັກງານ-ນັກຮົບ ພາຍຫຼັງ​ທີ່​ໄດ້​ອົບຮົມ​ພາກ​ທິດ​ສະ​ດີ​ຫຼັກການ, ບັນດາ​ທ່າ ແລະ ຈັງຫວະ​ໃນ​ການ​ຍິງ​ປືນ ໃນ​ໄລຍະ​ຜ່ານ​ມາ. ຜ່ານ​ການ​ປະຕິບັດ​ຕົວ​ຈິງ ສາມາດ​ຄັດ​ເລືອກ​ໄດ້​ຂັ້ນ​ເກັ່ງ​ມີ 7 ສະຫາຍ, ກາງ 25 ສະຫາຍ ແລະ ລະດັບ​ຄາດໝາຍ​ມີ 19 ສະຫາຍ. + ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ແຂວງ​ຜົ້ງ​ສາລີ: ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບການເມືອງ, ການ​ທະຫານ, ພະລາທິ ການ ແລະ ເຕັກນິກ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ສົມ​ພາບ ດາລາ​ຈັກ ເຈົ້າເມືອງ ເມືອງ​ບຸນ​ເໜືອ, ມີ​ສະ ຫາຍ ພັນ​ໂທ ບຸນ​ຈັນ ທະໄລ​ຄຳ ຫົວໜ້າ​ການເມືອງ ກອງບັນຊາ ການ​ທະຫານເມືອງບຸນເໜືອ ເຂົ້າຮ່ວມ. ຜ່ານການອົບຮົມ-ຫັດແອບຕົວ​ຈິງສາມາດຕີລາ ຄາຜົນໄດ້ຮັບພາກ​ການເມືອງ ເທົ່າ​ກັບ91,22%, ພາກພະລາ ທິການ 91,21%, ພາກເຕັກນິກ 91,21%, ພາກລະບຽບ-ພິທິ ການຕ່າງໆ 91,22%, ພາກ ການທະຫານ 91,21%, ພາກຄວາມຮູ້​ກ່ຽວກັບ​ເຫຼົ່າ​ຮົບ 91,21%, ພາກ​ສິລະປະຍຸດ​ທະ ຫານຮາບ 91,21%, ພາກຍຸດ ທະວິທີ​ທະຫານ​ຮາບ 91,21%, ພາກ​ວຽກ​ງານ​ເສນາທິ​ການ 91,21% ແລະ ຈັດຕັ້ງ​ປະຕິບັດ​ ຍິງ​ລູກປືນ​ແທ້ເທົ່າ​ກັບ 91,22%. + ບັນດາ​ກອງຮ້ອຍ​ເອກະລາດ​ ທີ່​ຂຶ້ນ​ກັບ ກອງພັນ​ໃຫຍ່ 302 ກອງ​ ພົນ​ທີ 3: ໄດ້​ຈັດ​ຕັ້ງ​ຫັດ​ແອບ​ຍິງ​ລູກປືນ​ແທ້ ປະຈຳ​ປີ 2024 ໃຫ້​ພະນັກງານ-ນັກຮົບ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຮ້ອຍ​ເອກ ບູນ​ສຸ​ລີ ແສງ​ລາ​ທົນ ຫົວໜ້າ​ຂະແໜງ​ອົບຮົມ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 302. ການ ຈັດຕັ້ງ​ຫັດ​ແອບ​ຍິງ​ລູກປືນ​ແທ້​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຊຳນານ, ຄ່ອງ​ແຄ້ວ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດ ທະວິທີ ທັງ​ເປັນ​ການ​ຕີ​ລາຄາ​ຄືນ ຜ່ານ​ການ​ຮ່ຳຮຽນ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກການ ໃນ​ໄລຍະ​ຜ່ານ​ມາ. ຜ່ານ​ການຈັດຕັ້ງ​ປະຕິບັດ​ຍິງເປົ້າ​ໝາຍ​ຕົວ​ຍິງ ສາມາດ​ຕີ​ລາຄາຂັ້ນ​ເກັ່ງ​ມີ 85 ສະຫາຍ, ຂັ້ນ​ກາງ 10 ສະຫາຍ, ຄາດໝາຍ 5 ສະຫາຍ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. + ກອງ​ບັນຊາ​ການ​ທະຫານ​ເມືອງ​ແບງ ແຂວງ​ອຸດົມ​ໄຊ: ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບການ​ທະຫານ, ການເມືອງ ແລະ ວຽກງານ ​ພະລາທິການ-ເຕັກນິກ ປະ ຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ຄຳ​ປານ ອິນ​ທຳ​ມະ​ລັດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ. ຜົນ​ຂອງ​ການ​ອົບຮົມ-ຫັດ​ແອບ ພາກ​ການເມືອງ ຂັ້ນ​ເກັ່ງ​ມີ 7 ສະຫາຍ, ກາງ 22 ສະຫາຍ, ຄາດໝາຍ 20 ສະຫາຍ, ພາກ​ພະລາທິການ-ເຕັກນິກ ຂັ້ນ​ເກັ່ງ​ມີ 12 ສະຫາຍ, ກາງ 15 ສະຫາຍ, ຄາດໝາຍ 20 ສະຫາຍ, ພາກ​ການ​ທະຫານ ວິຊາ​ລະບຽບ ຂັ້ນ​ເກັ່ງ​ມີ 9 ສະຫາຍ, ກາງ 14 ສະຫາຍ, ຄາດໝາຍ 29 ສະຫາຍ, ສິລະ​ປະຍຸດ ຂັ້ນ​ເກັ່ງ​ມີ 11 ສະຫາຍ, ກາງ 17 ສະຫາຍ, ຄາດໝາຍ 10 ສະຫາຍ, ຍຸດທະວິທີ ຂັ້ນ​ເກັ່ງ​ມີ 8 ສະຫາຍ, ກາງ 14 ສະຫາຍ, ຄາດໝາຍ 22 ສະຫາຍ, ສະ​ເລຍ​ຜົນ​ໄດ້​ຮັບ​ລວມ ເທົ່າ​ກັບ 73.20%. + ກອງ​ບັນຊາ​ການ​ທະຫານ​ເມືອງ​ແກ່ນ​ທ້າວ ແລະ ກອງຮ້ອຍ​ທະຫານ​ຊາຍ​ແດນ 158 ແຂວງ​ໄຊ​ຍະ​ບູ​ລີ: ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ຄຳ​ປຸ່ນ ນວນ​ສະບັບ ຮັກສາ​ການ​ເຈົ້າ ເມືອງ ເມືອງແກ່ນ​ທ້າວ, ມີ​ສະຫາຍ ພັນ​ໂທ ສຸກ​ກະເສີມ ວິ​ຍາ​ວົງ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເຂົ້າ​ຮ່ວມ. ຜ່ານ​ການ​ອົບຮົມ-ຫັດ​ແອບ​ທັງ​ສອງ​ກົມ​ກອງ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ຄື: ກອງ​ບັນຊາ​ການ​ທະຫານ​ເມືອງ​ແກ່ນ​ທ້າວ ຜົນ​ໄດ້​ຮັບ ພາກ​ການເມືອງ ເທົ່າ​ກັບ 97%, ສິລະ​ປະຍຸດ 80%, ດ້ານ​ວຽກ​ງານ​ເສນາ​ທິ​ການ 90%, ພາກ​ລະບຽບ 95%, ພາກ​ພະລາທິການ-ເຕັກນິກ 90%, ສ່ວນ​ກອງຮ້ອຍ​ທະຫານ​ຊາຍ​ແດນ 158 ຜົນ​ໄດ້​ຮັບ ພາກ​ການ ເມືອງ ເທົ່າ​ກັບ 90%, ພາກ​ພະ ລາທິການ-ເຕັກນິກ 85%, ພາກ​ວຽກ​ງານ​ເສນາ​ທິ​ການ 85%, ພາກ​ສິລະ​ປະຍຸດ​ທະຫານ​ຮາບ 85%, ພາກ​ວິຊາ​ສະເພາະ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ 85%, ພາກ​ນຳ​ໃຊ້​ອຸປະກອນ​ເຕັກນິກ​ທະ ຫານ​ຊາຍ​ແດນ 85%, ພາກ​ສືບ​ຂ່າວ​ຊາຍ​ແດນ ແລະ ຄຸ້ມ​ຄອງ​ຊາຍ​ແດນ 85% ແລະ ພາກ​ຍຸດທະວິທີ​ປ້ອງ​ກັນ​ຊາຍ​ແດນ 85%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ