ກອງປະຊຸມຄົບຄະນະພັກ ກອງບັນຊາການທະຫານແຂວງອຸດົມໄຊ ຄັ້ງທີ 11 ສະໄໝທີ IV ປະຈຳປີ 2024
ເວລາອອກຂ່າວ: 2024-12-06 11:32:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 862 | ຄວາມນິຍົມ:
ໃນວັນທີ 4 ທັນວາ 2024 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມເປີດກວ້າງຄົບຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ຄັ້ງທີ 11 ສະໄໝທີ IV ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍການຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວອນ ໄຊຍະວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ມີສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ແຂກເຊີນ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ໄດ້ຍົກໃຫ້ເຫັນ ການເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ນຳເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ, ກົດໝາຍຂອງພັກ-ລັດ, ຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາເຜີຍແຜ່ 14 ຄັ້ງ ມີຜູ້ເຂົ້າຮ່ວມ 7.882 ສະຫາຍ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 7 ບ້ານ, ອົບຮົມວຽກງານສຶກສາປ້ອງກັນຕົວໃຫ້ນັກຮຽນ ມ ປາຍ 34 ແຫ່ງ, ປັບປຸງກໍາລັງກອງຮ້ອຍ-ກອງຫຼອນ 15 ກອງຮ້ອຍ, ເຄື່ອນໄຫວສະກັດກັ້ນເຂດຂ້າມລອຍຂອງສັດຕູ ແລະ ກຸ່ມຄົນບໍ່ດີຢູ່ 7 ເມືອງ ນໍາໃຊ້ກໍາລັງ 351 ສະຫາຍ, ເຄື່ອນໄຫວກວດກາເຂດຍຸດທະສາດການທະຫານ 12 ຄັ້ງ ນໍາໃຊ້ກໍາລັງ 507 ສະຫາຍ, ນໍາພາກໍາລັງ ໄປຊ່ວຍແຂວງຫຼວງນໍ້າທາ ກອບກູ້ໄພພິບັດນໍ້າຖວ້ມ ຈໍານວນ 65 ສະຫາຍ, ພາຫະນະລົດໃຫຍ່ 6 ຄັນ, ເຮືອ 6 ລໍາ, ປ້ອງກັນຈຸດອຸມົງເສັ້ນທາງລົດໄຟ ລາວ-ຈີນ 33 ຈຸດ. ກອງບັນຊາການທະຫານແຂວງອຸດົມໄຊ ປະກອບມີ 1 ອົງຄະນະພັກ, ມີຈັດຕັ້ງພັກຮາກຖານທັງໝົດ 27 ຮາກຖານພັກ. ໃນນັ້ນ, ມີ 3 ຄະນະພັກຮາກຖານ, ມີ 12 ໜ່ວຍພັກຮາກຖານ ແລະ ມີ 12 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທົງໝົດ 995 ສະຫາຍ, ຍິງ 169 ສະຫາຍ, ສຳຮອງ 66 ສະຫາຍ, ຍິງ 10 ສະຫາຍ, ມີສະມາຊິກພັກແຂງທົງໝົດ 943 ສະຫາຍ, ຍິງ 161 ສະຫາຍ ກວມເອົາ 94,77%, ກາງ 46 ສະຫາຍ, ຍິງ 7 ສະຫາຍ ກວມເອົາ 4,62%. ຜ່ານການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ໄດ້ທັງໝົດ 22 ໜ່ວຍພັກ, ປະເມີນບໍ່ໄດ້ 2 ໜ່ວຍພັກ, ເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກເປົ້າໝາຍໃໝ່ 99 ສະຫາຍ, ສົ່ງພະນັກງານ-ນັກຮົບໄປຍົກລະດັບຢູ່ພາຍໃນ ແລະຕ່າງປະເທດຈຳນວນ 53 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ທຽບວຸດທິການສຶກສາໃຫ້ນາຍທະຫານແຕ່ຂັ້ນຮ້ອຍຕີ ເຖິງ ພົນຈັດຕະວາ ຈຳນວນ 152 ສະຫາຍ, ຮັບບຳນານ ຈຳນວນ 24 ສະຫາຍ, ເອົາໃຈໃສ່ຊຸກຍູ້ວຽກງານອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ ໃນນີ້, ຊາວໜຸ່ມໄດ້ຮັບທຸງໄຊນຳໜ້າ 4 ບຸກ ຈໍານວນ 10 ໜ່ວຍ, ໜ່ວຍຊາວໜຸ່ມ 4 ບຸກ ຈໍານວນ 19 ໜ່ວຍ, ສະຫະພັນແມ່ຍິງ 3 ດີຈໍານວນ 10 ໜ່ວຍ, 1 ພະແນກ, ບຸກຄົນ 3 ດີ 176 ສະຫາຍ, ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ ຈຳນວນ 2.108 ໃບ, ນະໂຍບາຍສ້າງຄອບຄົວຈຳນວນ 9 ຄູ່. ວຽກງານຮັບປະກັນຊີວິດການເປັນຢູ່ໄດ້ຊີ້ນໍາວິຊາສະເພາະ, ນຳພາ-ຊີ້ນຳພະນັກງານ-ນັກຮົບປູກພືດຕາມລະດູການເພື່ອສ້າງເປັນພະລາທິການກັບທີ່ຕາມທ່າແຮງຂອງຄອບຄົວ ແລະ ກົມກອງ. ໃນນີ້, ໄດ້ຜ່ານບົດສຳຫຼວດການນຳພາລວມພ້ອມທັງໄດ້ດຳເນີນຊີວິດການເມືອງເພື່ອສຳຫຼວດການນຳພາລວມ ແລະ ສໍາຫຼວດບຸກຄົນຂອງອົງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ຕື່ມອີກ.
ໃນໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ສີວອນ ໄຊຍະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງສູງ, ປັບປຸງແບບແຜນວິທີເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ, ແບ່ງບຸກຄົນຮັບຜິດຊອບ, ຍົກສູງຄວາມຮັບຜິດຊອບໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ຕິດພັນກັບການປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄຸນນະພາບ, ນຳເອົາມະຕິກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍໃຫ້ເປັນອັນລະອຽດພ້ອມກັນຈັດຕັ້ງເຄື່ອນໄຫວເຮັດສຳເລັດໜ້າທີ່ຕາມການມອບໝາຍໃຫ້.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ