ວຕກ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2024-12-06 15:03:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2549 | ຄວາມນິຍົມ:
ການປາຖະກະຖາມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ ຄື: ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975 - 2 ທັນວາ 2024) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024) ຢູ່ວິທະຍາຄານເຕັກນິກການທະຫານໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2024 ນີ້, ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາ, ຄະນະວິຊາຄູ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ຕະຫຼອດຮອດນາຍ ແລະ ພົນທະຫານທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ເປັນມູນເຊື້ອຂອງວັນຊາດທີ 2 ທັນວາ ເຊິ່ງເປັນໝາກຜົນແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕ້ານກັບຜູ້ຮຸກຮານລ່າເມືອງແບບເກົ່າ ແລະ ແບບໃໝ່ ເພື່ອຫຼຸດພົ້ນຈາກຄວາມເປັນຂ້ອຍຂ້າ, ຍາດເອົາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະເທດຊາດ; ຈົນໄດ້ສະຖະປານາປະເທດຊາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງດັ່ງກ່າວ ແມ່ນໄດ້ມາຈາກນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າແກ່ນ ສູ້ຮົບທົນທານໜຽວແໜ້ນບົນພື້ນຖານຄວາມສາມັກຄີເປັນເອກະພາບ ໃນການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະ 49 ປີຜ່ານມາເຮັດໃຫ້ປະເທດຊາດໄດ້ມີສະຖຽນລະພາບທາງດ້ານການເມືອງໝັ້ນຄົງ, ເສດຖະກິດ-ສັງຄົມ,ວັດທະນະທຳໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.
ໂອກາດດຽວກັນນີ້, ສະຫາຍ ຍັງໄດ້ເລົ່າຄືນເຖິງຄຸນສົມບັດສິນທຳປະຕິວັດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງທ່ານ ແມ່ນຜູ້ທີ່ຮັກຊາດ ແລະ ແມ່ນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດສະຫຼາດສ່ອງໃສ ທ່ານເປັນນັກທິດສະດີ, ໄປຄຽງຄູ່ກັບພຶດຕິກໍາຕົວຈິງ, ເຊິ່ງທ່ານແມ່ນເປັນສັນຍາລັກແກ່ນສານ ຂອງຄວາມສາມັກຄີພາຍໃນພັກ ແລະ ຂອງຊາດ ທ່ານໄດ້ຊີ້ນໍາປຸກລະດົມປະຊາຊົນລາວບັນດາເຜົ່າລຸກຮືຂຶ້ນຍຶດອຳນາດທົ່ວປະເທດ ໃນປີ 1974-1975 ດ້ວຍ 3 ບາດຄ້ອນຍຸດທະສາດຢ່າງມີພິກໄຫວ ເພື່ອຢຶດດອໍານາດທົ່ວປະເທດ ແລະ ນຳພາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມເລື້ອຍໆມາ ໃນຕອນທ້າຍຍັງໄດ້ຮັບຟັງກ່ຽວກັບການກະກຽມເປັນເຈົ້າພາບແລະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຂອງກອງທັບປະຊາຊົນລາວ. ການເຊື່ອມຊຶມຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ນາຍແລະພົນທະຫານ ທົ່ວ ວຕກ ໄດ້ຮັບຮູ້ເຊື່ອມຊຶມ, ເຫັນໄດ້ຄວາມໝາຍ ຄວາມສຳຄັນ, ຮູ້ຈາລຶກບຸນຄຸນອັນລ້ຳເລີດຂອງ ສອງວັນປະຫວັດສາດດັ່ງກ່າວ; ສາມາດນຳເອົາບົດຮຽນຈາກວິລະບູລຸດຮຸ່ນກ່ອນມາໝູນໃຊ້ສອດຫ້ອຍເຂົ້າໃນໜ້າທີ່ການເມືອງຂອງຕົນ, ຮ່ຳຮຽນເອົາແບບແຜນການດຳລົງຊີວິດ, ຄຸນສົມບັດ,ສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເຝິກຝົນຫຼ່ໍຫຼອມ,ພັດທະນາຕົນເອງໃຫ້ກາຍເປັນນາຍທະຫານທີ່ດີເດັ່ນຂອງກົມກອງ ເປັນນັກຮົບວັດທະນະທຳຂອງກອງທັບ, ເປັນຜູ້ສືບທອດທີ່ດີຂອງຊາດ ເຕັມໄປດ້ວຍ ສະຕິຊາດ, ນ້ຳໃຈຮັກຊາດ ຮັກຊາດເກີດເມືອງນອນ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຊາດເພື່ອປະຊາຊົນຢ່າງແທ້ຈິງ ຄຽງຄູ່ກັນນັ້ນຍັງເຮັດໃຫ້ນາຍທະຫານທົ່ວ ວຕກ ມີຄວາມຮອບຮູ້ກ່ຽວກັບພາລະບົດບາດ, ຄວາມສຳຄັນຂອງ ສປປ ລາວໃນອາຊຽນ. ເວົ້າລວມ, ເວົ້າສະເພາະແມ່ນບົດບາດຂອງກອງທັບປະຊາຊົນລາວທີ່ໄດ້ຮັບກຽດເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; ພາລະ ບົດບາດ, ຜົນປະໂຫຍດຈາກການຮ່ວມມືຂອງບັນດາປະເທດອາຊຽນຕໍ່ກັບບັນດາສະມາຊິກໃນຍຸກໄໝ.
ໂດຍ ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ