ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ມອບ​ຄອມ​ພິວ​ເຕີ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ
ເວລາອອກຂ່າວ: 2025-01-16 09:19:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 754 | ຄວາມນິຍົມ:



ໃນ​ວັນ​ທີ 14 ມັງກອນ 2025 ນີ້, ທ່ານ ຄຳ​ພອນ ພັນມະນີ ຜູ້​ບໍລິຫານ​ຮ້ານ​ອາຫານ ມ່ານ​ເຊີ່ງ ບໍ່​ເຕນ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 1 ຊຸດ ມູນ​ຄ່າ 8 ລ້ານ​ກວ່າ​ກີບ ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ. ເຊິ່ງ​ຕາງໜ້າ​ກ່າວ​ມອບ​ໂດຍ ​ທ່ານ ສີ​ພອນ ກອງ​ຈຳປາ ຫົວໜ້າ​ຄະນະ​ຄຸ້ມ​ຄອງ ເຂດ​ພັດ ທະນາ​ເສດຖະກິດ​ບໍ່​ເຕນ​ແດນ​ງາມ, ໂດຍ​ການ​ກ່າວ​ຮັບ​ຂອງ​ສະຫາຍ ພົນ​ຈັດຕະວາ ຫຸມພັນ ແກ້ວ​ວັງ​ລາດ ຮັກສາ​ການ​ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ຄະນະ. ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຈັດຕະວາ ຫຸມພັນ ແກ້ວວັງ ລາດ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ທ່ານ ຄຳ​ພອນ ພັນ​ມະນີ ແລະ ທ່ານ ສີ​ພອນ ກອງ​ຈຳປາ ທີ່​ເຫັນ​ໄດ້​ຄວາມ​ຈຳເປັນ ແລະ ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ໜ້າທີ່​ວຽກ​ງານ​ຫ້ອງການ ຢູ່​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ເຊິ່ງ​ມີ​ຫຼາຍ​ຂະແໜງການ​ທີ່​ຍັງ​ຂາດເຂີນ​ຄອມ​ພິວ​ເຕີ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ຄອມ​ພິວ​ເຕີ​ທີ່​ມອບ​ໃຫ້​ໃນ​ຄັ້ງ​ນີ້ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ແສງ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ