ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ປີ 2024 ຜ່ານ​ມາ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ຍາດ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2025-01-17 09:19:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 734 | ຄວາມນິຍົມ:



ສະຫາຍ ພັນ​ເອກ ບຸນ​ຈັນ ສີ​ຫາ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ 1 ປີ ຜ່ານ​ມາ ຄະນະ​ພັກ-ຄະ ນະ​ບັນຊາ ໄດ້​ສຸມ​ໃສ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ. ໃນ​ນັ້ນ, ສ້າງ​ໄດ້​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 967 ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ​ໃນ​ບັນດາ 5 ເມືອງ​ຂອງ​ແຂວງ​ອັດ​ຕະ​ປື ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ກຳນົດ ເຫັນ​ວ່າ​ ອຳນາດ​ການ​ປົກຄອງ ​ຂັ້ນ​ຮາກ​ຖານ​ບ້ານ​ ໄດ້​ເປັນ​ເຈົ້າ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ບ້ານ​ເປັນ​ປຶກ​ແຜນ​ແໜ້ນໜາ ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງາ​ນປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ; ວຽກ​ງານ​ກຽມພ້ອມ​ສູ້​ຮົບ ໄດ້​ຊີ້​ນຳ​ກຳລັງ​ເຂົ້າ​ຮ່ວມ​ປ້ອງ​ກັນ​ກອງ​ປະຊຸມ 3 ນາຍົກລັດຖະມົນຕີ​ລາວ, ຫວຽດນາມ ແລະ ກຳປູເຈຍ, ກອງ​ປະຊຸມພົບ​ປະ 3 ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ​ແຫ່ງ ​ສປ​ປ ລາວ, ​ສສ ຫວຽດນາມ, ຣາ​ຊະ​ອານາຈັກ​ກຳປູເຈຍ ແລະ ບຸນ​ສຳຄັນ​ຕ່າງໆ​ ຂອງ​ຊາດ 5 ຄັ້ງ, ນຳ​ໃຊ້​ກຳລັງ 1.297 ສະຫາຍ, ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ 100% ນອກ​ນັ້ນ​, ຍັງ​ສຳເລັດ​ແຜນການ​ອົບຮົມ-ຫັດ​​ເເອບ ການເມືອງ-ການ​ທະຫານ ປະຈຳ​ປີ 2024 ໃຫ້​ກົມ​ກອງ​ຮາກ​ຖານໄດ້ 10 ກົມ​ກອງ, ສຳເລັດ​ການ​ອົບຮົມ-ຫັດ​ແອບ​ການ​ທະຫານ​ຂັ້ນ​ພື້ນຖານ ໃຫ້​ທະຫານ​ພັນທະ​ປະຈຳ​ປີ 2023 ຈຳນວນ 157 ສະຫາຍ, ຍິງ 10 ສະຫາຍ. ນອກ​ນັ້ນ, ຍັງ​ໄດ້​ນຳ​ໃຊ້​ກຳລັງ​ໄປ​ປະ ຈຳ​ຢູ່​ຂອບ​ເຂດ​ຊາຍ​​ເເດນ ທີ່​ຍັງ​ບໍ່ທັນ​ມີ​ຄວາມ​ສະຫງົບ ​ຢ່າງ​ເປັນ​ປະຈຳ. ຄຽງ​ຄູ່​ກັນ​ນັ້ນ, ຍັງ​ໄດ້​ເອົາໃຈໃສ່​ໃນ​ວຽກ​ງານ​ພະລາທິການ ເປັນຕົ້ນ​ແມ່ນ​ ການປູກ-ການ​ລ້ຽງ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ, ​ໃນ​ປີຜ່ານມາ​ໄດ້​ບຸກເບີກ​ເນື້ອທີ່​ທຳ​ການ​ຜະລິດ​ໃນ​ນັ້ນ, ​ປູກ​ເຂົ້ານາ​ປີ ໃນ​ເນື້ອທີ່ 476.000 ຕາ​ແມັດ, ສາມາດ​ເກັບ​ກູ້​ເຂົ້າ​ໄດ້ 87.500 ກິ​ໂລ ກ​ຣາມ (ເຂົ້າສານ​ໜຽວ), ປູກ​ມັນຕົ້ນ ໃນ​ເນື້ອທີ່ 333.600 ຕາ​ແມັດ, ສາມາດ​ເກັບ​ກູ້ຜົນ​ຜະລິດໄດ້ 38.927 ກິ​ໂລກ​ຣາມ, ປູກ​ພືດຜັກ​ຕາມ​ລະດູການເກັບ​ກູ້​ໄດ້ 65.263 ກິ​ໂລກ​ຣາມ, ປູກ​ອ້ອຍ, ປູກ​ກ້ວຍ, ໝາກ​ມ້ວງ, ໝາກ​ຮຸ່ງ ຄິດ​ເປັນ​ເງິນ 333 ລ້ານ​ກວ່າ​ກີບ, ລ້ຽງ​ງົວ 257 ໂຕ, ໝູ 34 ໂຕ, ແບ້ 120 ໂຕ, ສັດ​ປີກ 2.773 ໂຕ, ສັດ​ນ້ຳ 55.580 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ຈາກ​ຜົນ​ຜະລິດ​ກະສິກຳ​ໄດ້ 4 ຕື້​ກວ່າ​ກີບ, ລວມ​ລາຍ​ຮັບ​ທັງ​ໝົດ​ໃນ 1 ປີຜ່ານມາ ສາມາດ​ເກັບ​ລາຍ​ຮັບ​ໄດ້ 5 ຕື້​ກວ່າ​ກີບ. ຈາກ​ຜົນງານ​ດັ່ງກ່າວ ​ຍັງ​ໄດ້​ຮັບ​ການ​ຍ້ອງຍໍ​ຂັ້ນ​ຕ່າງໆ ​ດັ່ງນີ້: ໄດ້ຮັບຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II ມີ 162 ສະຫາຍ, ຊັ້ນ III ມີ 264 ສະຫາຍ; ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 391 ສະຫາຍ ແລະ ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 376 ສະຫາຍ ແລະ ຂັ້ນ​ອື່ນໆ​ ອີກ​ຈຳນວນ​ໜຶ່ງ. ສະຫາຍ ພັກ​ເອກ ບຸນ​ຈັນ ສີ​ຫາ​ວົງ ຍັງໄດ້ກ່າວວ່າ: ໃນຕໍ່ ໜ້ານີ້ ​ແມ່ນ​ຈະ​ໄດ້​ສຸມ​ໃສ່​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະ ຫງົບ ດ້ວຍການຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ​ພັດທະນາ​ຊົນນະບົດ​ຮອບດ້ານ​ ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອມ​ໝັ້ນ​ສູ້​ຮົບ​ຕິດ​ລຽນ ຮັບປະກັນ​ເຮັດ​ໃຫ້​ຮາກ​ຖານ​ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ໄປ​ພ້ອມ​ກັບ​ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ສຳຄັນ ແລະ ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ພັກ-ລັດ, ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ໂດຍ​ສະເພາະ​ກໍ​ແມ່ນ​ການ​ປົກ​ປັກ​ຮັກສາ​ທ້ອງຖິ່ນ​ແຂວງ​ອັດ​ຕະ​ປື ໃຫ້​ມີ​ຄວາມ​ສະຫງົບ ແລະ ປອດ​ໄພ, ອອກແຮງ​ແຂ່ງຂັນ​ກັນ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ໄປ​ພ້ອມ​ກັບ​ການ​ສ້າງ​ຜົນງານ ເພື່ອ​ຂຳ່ນັບ​ຮັບ​ຕ້ອນ ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ທີ່​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້​ ໃຫ້​ມີ​ບັນຍາກາດ​ຟົດຟື້ນ. ໂດຍ: ສຸກ​ສະໄໝ ນວນ​ມະ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ