ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ສານປະຊາຊົນສູງສຸດ ເຂົ້າອວຍພອນສານທະຫານຂັ້ນສູງ
ເວລາອອກຂ່າວ: 2025-01-17 16:24:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 825 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2025 ນີ້, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໄດ້ນໍາເອົາຄອມພິວເຕີ ແລະ ກະຕ່າດອກໄມ້, ກະຕ່າຂອງຂວັນເຂົ້າອວຍພອນສານທະຫານຂັ້ນສູງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20/1/1949-20/1/2025) ໂດຍການກ່າວຮັບຂອງສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມຄະນະ. ໂອກາດນີ້, ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ສານປະຊາຊົນສູງສຸດ ທີ່ເຫັນໄດ້ຄວາມໝາຍສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ ແລະ ໄດ້ ເອົາກະຕ່າຂອງຂວັນພ້ອມດ້ວຍ ຄຳອວຍພອນໄຊອັນປະເສີດ ມາອວຍພອນໃນຄັ້ງນີ້ ທັງເປັນການ ຮັດແໜ້ນຄວາມສາມັກຄີລະຫວ່າງສານປະຊາຊົນສູງສຸດ ແລະ ສານທະຫານ ໃຫ້ ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ