
ສານປະຊາຊົນສູງສຸດ ເຂົ້າອວຍພອນສານທະຫານຂັ້ນສູງ
ເວລາອອກຂ່າວ: 2025-01-22 09:20:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ:
ໃນວັນທີ 17 ມັງກອນ 2025 ນີ້, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໄດ້ນຳເອົາຄອມພິວເຕີ ແລະ ກະຕ່າດອກໄມ້, ກະຕ່າຂອງຂວັນ ເຂົ້າອວຍພອນສານທະຫານຂັ້ນສູງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມຄະນະ.
ໂອກາດນີ້, ສະຫາຍ ພັນເອກ ສິງທອງ ຄຳປະເສີດ ໄດ້ກ່າວສະ
ແດງຄວາມຂອບໃຈ ຕໍ່ສານປະຊາຊົນສູງສຸດ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ໄດ້ເອົາກະຕ່າ
ຂອງຂວັນພ້ອມດ້ວຍ ຄຳອວຍພອນໄຊອັນປະເສີດ ມາອວຍພອນໃນຄັ້ງນີ້ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສານປະຊາຊົນສູງສຸດ ແລະ ສານທະ
ຫານຂັ້ນສູງ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ