ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ທະຫານແຂວງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງກັບປະຊາຊົນລາວ
ເວລາອອກຂ່າວ: 2025-01-22 14:10:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ວັນທີ 20 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ, ຢູ່ທີ່ສະໂມສອນຂອງຕົນ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ 5 ຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນ, ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍ ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2024) ແຕ່ໄລຍະໄດ້ ຮັບການສ້າງຕັ້ງຈົນເຖິງປັດຈຸບັນ, ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ສ້າງຕັ້ງ ກອງລາດຊະວົງ, ໃນມື້ດຽວກັນນັ້ນໂດຍການນໍາພາອັນແທດເຖິງຂອງພັກກອມມູນິດອິນດູຈີນປະຈໍາລາວ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນ ປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ, ໂດຍພາຍໃຕ້ການນໍາພາ ໂດຍກົງຮອບດ້ານຂອງພັກ ໄດ້ນໍາພາ ປະຊາຊົນລາວລຸກຮື້ຂຶ້ນຕໍ່ສູ້ຕ້ານພວກຈັກກະພັດ, ພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່, ເພີ່ມທະວີຕໍ່ສູ້ ຍິ່ງຕໍ່ສູ້ກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບໄຊຊະເປັນກ້າວໆມາ ແລະ ສາມາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຕະຫຼອດໄລຍະເວລາແຫ່ງການກໍາເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 76 ປີຜ່ານມາ ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວີລະກໍາອັນລໍ້າເລີດໄວ້ໃນໜ້າປະຫວັດສາດຂອງຊາດລາວຢ່າງສົມກຽດ ກອງທັບຍາມໃດກໍ່ນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວີລະຊົນຂອງຊາດລາວ. ການປາຖະກະຖາຄັ້ງນີ້ແນໃສ່ສຶກສາອົບຮົມພະນັກງານ, ທະຫານ, ຕໍາຫລວດ ປະຊາຊົນບັນດາເຜົ່າໃນທົ່ວສັງຄົມ ໄດ້ທົບທວນຄືນຮູ້ໄດ້ການກໍາເນີດ ການເຕີບໃຫຍ່ຂະຫຍາຍຕົວ ເຫັນໄດ້ຜົນງານ ໄຊຊະນະທີ່ຍາດມາໄດ້ ແລະ ກໍາໄດ້ທາດແທ້ ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ທັງປູກຈິດສໍານຶກມີຄວາມກະຕັນຍູຮູ້ບຸນຄຸນ ນັກວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຊີວິດເພື່ອພາລະກິດປະຕິວັດເພື່ອປະເທດຊາດ ແລະ ເປັນການເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບ. ໃນວັນດຽວກັນນີ້ ຢູ່ກອງບັນຊາກາທະຫານເມືອງນາແລ ກໍ່ໄດ້ຈັດຕັ້ງພິທີ ປາຖະກະຖາວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ໂດຍການປາຖະກະຖາຂອງສະຫາຍ ພັນໂທ ບຸນແພງ ໄຊສົງຄາມ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງນາແລ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ