ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ປະກາດເລື່ອນ, ເລື່ອນທຽບ ຊັ້ນພັນຕີ ຂຶ້ນຊັ້ັ້ນ ພັນໂທ ຢູ່ບັນດາກົມກອງເຂດພາກເໜືອ 2
ເວລາອອກຂ່າວ: 2025-01-22 15:49:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 506 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ເຂດພາກເໜືອ 2, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຜູ້ຕາງໜ້າຄະນະພັກ-ຄະນະບັນຊາ ກົມກອງ ກໍາລັງຫຼວງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມດ້ວຍພາກສ່ວນທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນນາຍທະຫານ ພັນຕີ ຂຶ້ນຊັ້ນ ພັນໂທ ຂອງບັນດາກົມກອງຢູ່ເຂດພາກເໜືອ 2. ກະຊວງປ້ອງກັນປະເທດຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານບັນດາກົມກອງກໍາລັງຫຼວງ ແລະ ທ້ອງຖິ່ນ ຢູ່ເຂດພາກເໜືອ 2 ຈໍານວນ 50 ສະຫາຍ, ໃນນີ້ ຢູ່ກອງບັນຊາການທະຫານແຂວງຫົວພັນ 12 ສະຫາຍ, ກອງພັນໃຫຍ່ 621 ຈໍານວນ 6 ສະຫາຍ, ກອງບັນຊາການທະຫານແຂວງໄຊສົມບູນ 1 ສະຫາຍ, ກອງພັນໃຫຍ່ 643 ຈໍານວນ 6 ສະຫາຍ, ໂຮງຮຽນນາຍສິບເຫຼົ່າຮົບ 6 ສະຫາຍ ແລະ ກອງບັນຊາການທະຫານແຂວງຊຽງຂວາງ 19 ສະຫາຍ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນຍົກສູງບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງຄຸນສົມບັດ ສິນທຳປະຕິວັດ ເພີ່ມທະວີບົດບາດ ໃນການນຳພາ ຈັດຕັ້ງປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ