
ເປີດອົບຮົມ-ຫັດແອບ ວິຊາສຶກສາ ປກຊ-ປກສ ໃຫ້ວິທະຍາໄລເຕັກນິກ ແຂວງວຽງຈັນ
ເວລາອອກຂ່າວ: 2025-02-17 09:36:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1112 | ຄວາມນິຍົມ:
ພິທີເປີດຊຸດອົບຮົມ-ຫັດແອບ ວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັກສຶກສາ ປີ 2 ຂອງວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຈັດຂຶ້ນໃນບໍ່ດົນຜ່ານມານີ້, ໂດຍການເປັນປະທານຂອງ ທ່ານ ຈັນທະວົງ ແກ້ວວິໄລ ຜູ້ອຳນວຍການ ວິທະ ຍາໄລເຕັກນິກແຂວງວຽງຈັນ, ມີ ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະ ຫານແຂວງວຽງຈັນ, ມີພະນັກ ງານຄູ-ອາຈານ, ຄະນະຮັບຜິດ ຊອບ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນປະສົງ ອິນທະວົງ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຜ່ານແຜນການອົບຮົມ-ຫັດແອບ ວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ນັກສຶກສາວິທະຍາໄລເຕັກນິກແຂວງວຽງຈັນ ປະຈຳສົກຮຽນ 2024-2025, ເຊິ່ງເນື້ອໃນອົບຮົມລວມ ມີ 2 ພາກວິຊາ ຄື: ພາກການ ເມືອງ ຈະໄດ້ອົບຮົມຄວາມຮູ້ພື້ນ ຖານກ່ຽວກັບກົດໝາຍ ວ່າດ້ວຍ ປ້ອງກັນຊາດ, ເຫຼົ່າຮົບໃນກອງ ທັບປະຊາຊົນລາວ, ຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ເສດຖະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພາກການທະຫານຈະໄດ້ຮຽນຮູ້ກ່ຽວກັບສິ ລະປະຍຸດ ແລະ ຍຸດທະວິທີ, ຊຸດອົບຮົມດັ່ງກ່າວ ຈະດຳເນີນເປັນເວລາ 10 ວັນຈຶ່ງຈະສຳເລັດ. ຈຸດປະສົງ ກໍເພື່ອແນໃສ່ເຮັດໃຫ້ນັກຮຽນ-ນັກສຶກສາມີຄວາມຮູ້ພື້ນຖານກ່ຽວກັບວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະຕິລະວັງຕົວຕໍ່ກົນ ອຸບາຍ, ຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ເປັນການປູກຈິດສຳນຶກໃຫ້ນັກສຶກສາມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບໝັ້ນ ຄົງ.
ໂອກາດນີ້, ທ່ານ ຈັນທະວົງ ແກ້ວວິໄລ ໄດ້ຮຽກຮ້ອງໃຫ້ນັກ ສຶກສາເອົາໃຈໃສ່ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ກຳແໜ້ນທາງດ້ານທິດສະດີ, ຫຼັກ ການ ແລະ ການປະຕິບັດຕົວຈິງ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງການເຝິກອົບຮົມໃຫ້ເຂັ້ມງວດ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບປອດໄພ ເພື່ອ ເຮັດໃຫ້ບັ້ນອົບຮົມ-ຫັດແອບຄັ້ງ ນີ້ສຳເລັດຕາມຄາດໝາຍທີ່ວາງ ໄວ້.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ