
ກອງພົນທີ 5 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2025-02-18 08:49:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1158 | ຄວາມນິຍົມ:
ວັນທີ 14 ກຸມພາ 2025, ກອງພົນທີ 5 ໄດ້ມອບເງິນນະໂຍ ບາຍອຸດໜູນເທື່ອດຽວ ແລະ ເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ ຄອບຄົວພະນັກງານ ທີ່ເສຍຊີ ວິດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ຫົວໜ້າຫ້ອງການເມືອງ ກອງພົນທີ 5, ມີພະແນກການວິຊາສະເພາະທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານທີ່ ພັກການຮັບເງິນອຸດໜູນເທື່ອດຽວ ແລະ ຕາງໜ້າຄອບຄົວພະນັກງານທີ່ເສຍຊີວິດ ເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍປະກັນສັງຄົມ ກໍຄືການປະຕິບັດຕາມທິດທາງນະໂຍບາຍຂອງ
ພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະ ຫານ ທີ່ໄດ້ການປະກອບສ່ວນເຂົ້າໃນການຕິບັດໜ້າທີ່ວຽກງານປັບ ປຸງກໍ່ສ້າງກົມກອງ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃນໄລຍະຜ່ານມາ. ໃນນີ້, ໄດ້ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ມີ ຊັ້ນ ພັນໂທ 1 ສະຫາຍ, ພັນຕີ 2 ສະຫາຍ, ຮ້ອຍເອກ 2 ສະຫາຍ, ຮ້ອຍໂທ 2 ສະຫາຍ, ຮ້ອຍຕີ 3 ສະຫາຍ; ຮັບເງິນນະໂຍບາຍອຸດໜູນເສຍຊິວິດ ຈຳນວນ 2 ສະຫາຍ ລວມເປັນເງິນທັງໝົດ 898.633.300 ກີບ.
ສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ບັນດາສະຫາຍໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນເຂົ້າໃນການປັບປຸງກໍ່ ສ້າງກົມກອງໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍຈົ່ງນຳໃຊ້ເງິນຈຳນວນດັ່ງກ່າວເຂົ້າວຽກງານທີ່ຈຳເປັນ ແລະ ສຳຄັນເຮັດໃຫ້ເກີດປະ ໂຫຍດຕໍ່ຄອບຄົວ ແລະ ນຳໃຊ້ເຂົ້າໃນການປັບປຸງແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.
ໂດຍ: ທອງປານ ສິດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ