
ໝາກຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໃນປີຜ່ານມາ
ເວລາອອກຂ່າວ: 2025-02-18 08:58:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1205 | ຄວາມນິຍົມ:
ໃນປີຜ່ານມາຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມີ ຄວາມເປັນເອກະພາບສູງ ແລະ ພ້ອມກັນເອົາໃຈໃສ່ນໍາພາ-ຊີ້ນໍາ
ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມທິດຊີ້ນຳຂອງຂັ້ນເທິງ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ ໄດ້ມີຜົນສໍາ ເລັດຫຼາຍດ້ານສະແດງອອກຄື: ໜ້າທີ່ເຮັດໃຫ້ສະພາບມີຄວາມ ສະຫງົບ ໄດ້ສຸມໃສ່ຫັນເອົາພະ ນັກງານລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ສ້າງທ່າສະໜາມສົງຄາມປະຊາ ຊົນ, ສ້າງບ້ານປ້ອມໝັ້ນກຸ່ມບ້ານ ສູ້ຮົບຕິດລຽນ, ປັບປຸງກໍາລັງ ກອງຫຼອນບ້ານ, ເຄື່ອນໄຫວກຳ ແໜ້ນສະພາບການຕາມເປົ້າໝາຍສຳຄັນ, ເຂດແນວຫຼັງຍຸດທະສາດຂອງແຂວງ, ເມືອງ, ລຽບຕາມ ຊາຍແດນລາວ-ຫວຽດນາມ,
ອັດປ່ອງຂ້າມລອຍຂອງສັດຕູ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ ບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວ ທາງ ປກຊ-ປກສ, ລະບຽບກົດ ໝາຍຂອງລັດ ເພື່ອເຮັດໃຫ້ປະຊາຊົນເປັນເຈົ້າການປະກອບ ສ່ວນເຂົ້າຮ່ວມວຽກງານປ້ອງ ກັນຊາດໃຫ້ຫຼາຍຂຶ້ນ, ສຸມໃສ່ກໍ່ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງໃນ 11 ເມືອງ, 1 ນະຄອນ, ມີ 17 ກຸ່ມ ບ້ານ, 47 ບ້ານ, 3.497 ຄອບຄົວ, ກວມ ເອົາ 5 ເມືອງໃນທົ່ວແຂວງ.
ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຫຼວງພະບາງໃຫ້ຮູ້ວ່າ: ຕໍ່ວຽກ ງານແກ້ໄຂໜໍ່ແໜງທີ່ຈະເຮັດ ໃຫ້ສະພາບມີຄວາມສະຫງົບ ຄະ ນະພັກ-ຄະນະບັນຊາ ໄດ້ຊີ້ນຳ ແຕ່ລະກົມກອງອອກເຄື່ອນໄຫວ ຊອກຄົ້ນເປົ້າໝາຍກຸ່ມຄົນບໍ່ດີທີ່ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ, ເຄື່ອນໄຫວຄ້າຂາຍຢາເສບຕິດ, ອາສະຍາກຳ ແລະ ກວດກາສະ ພາບການຕາມຂອບເຂດຮັບຜິດ ຊອບລຽບຕາມຊາຍແດນ ລາວ-
ຫວຽດນາມ, ຈັດຕັ້ງກໍາລັງ ປ້ອງກັນເວນຍາມຂອບເຂດ ຍຸດທະສາດ, ສໍານັກງານອົງການ, ໂຄງການ, ປ້ອງກັນ ເສັ້ນທາງລົດໄຟລາວ-ຈີນ, ປ້ອງກັນແຂກ
ພາຍໃນ ແລະ ຕ່າງປະເທດທີ່ ມາຢ້ຽມຢາມ ແລະ ທ່ອງທ່ຽວ ແຂວງຫຼວງພະບາງມີຄວາມ ປອດໄພ, ອັນພົ້ນເດັ່ນແມ່ນການ ປ້ອງກັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ປ້ອງ ກັນກອງປະຊຸມສຸດ ຍອດອາຊຽນ ແລະ ອາຊຽນ-ບວກ ຄັ້ງທີ 44-45 ແລະ ບັນດາ ກອງປະຊຸມອາຊຽນອື່ນໆ ທີ່ ໄດ້ຈັດຂຶ້ນຢູ່ແຂວງຫຼວງພະ ບາງ ເຊິ່ງໄດ້ເຮັດໃຫ້ສະພາບ ພາຍໃນທົ່ວແຂວງມີຄວາມສະ ຫງົບປອດໄພ 100%, ດ້ານ ວຽກງານອົບຮົມ-ຫັດແອບ ແລະ
ປັບປຸງລະບຽບແບບແຜນໄດ້ ສໍາເລັດການອົບຮົມ-ຫັດແອບ ການເມືອງ-ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາ ສະເພາະ ຕິດພັນກັບການເຄື່ອນ
ໄຫວຫັດແອບຊ້ອມຮົບຍິງລູກ ປືນແທ້ ຂອງແຕ່ລະກົມກອງ, ໄດ້ເປີດການຮຽນ-ການສອນ ໃຫ້ທະຫານໃໝ່ສົກປີ 2023-2024 ຢູ່ໂຮງຮຽນການທະ ຫານທ້ອງຖິ່ນຈໍານວນ 168 ສະຫາຍ, ເປີດອົບຮົມ ກໍ່ສ້າງນາຍ ສິບ ຊຸດທີ X ຈຳນວນ 80 ສະຫາຍ, ບຳລຸງການທະຫານຂັ້ນພື້ນຖານ ຊຸດທີ IV ຈຳນວນ 99 ສະຫາຍ, ໄດ້ສຸມໃສ່ປັບປຸງກໍາລັງກອງ ຫຼອນ, ກໍາລັງປ້ອງກັນຕົວໃຫ້ ສາມາດເຄື່ອນໄຫວຕາມພາລະ ບົດບາດ ພ້ອມທັງ ໄດ້ ເປີດອົບຮົມ-ຫັດແອບສິລະປະຢຸດ-ຍຸດທະວິທີ ໃຫ້ກອງຫຼອນເປັນປົກກະຕິ, ປະກອບອາວຸດໃຫ້ກຳລັງກອງ ຫຼອນ, ກຳລັງປ້ອງກັນຕົວຈໍາ ນວນໜຶ່ງ, ໄດ້ອົບຮົມວຽກງານສຶກສາ ປກຊ-ປກສ ໃຫ້ບັນດາໂຮງຮຽນ ແລະ ສະຖາບັນການ ສຶກສາຕ່າງໆ ມີນັກຮຽນ-ນັກ ສຶກສາ ເຂົ້າຮ່ວມຈຳນວນ 586 ຄົນ ພ້ອມທັງໄດ້ສ້າງແຜນການອົບຮົມການນໍາເປົ້າໝາຍ 3 ຊຸດ ທີ V ປະຈໍາປີ 2025 ແລະ ສໍາ ເລັດການອົບຮົມ-ຫັດແອບສ້າງ ທ່າສະໜາມສູ້ຮົບປ້ອງກັນບໍລິ ເວນເມືອງນານ ແລະ ປະກາດ ການແຕ່ງຕັ້ງຄະນະກຳມະການ ສຶກສາ ປກຊ-ປກສ ສຳເລັດ 11 ເມືອງ. ນອກນີ້, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຍັງໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດດ້ວຍຫຼາຍຮູບ ການ, ຫຼາຍເນື້ອໃນສອດຄ່ອງກັບຈຸດພິເສດ, ສະພາບຄວາມເປັນຈິງຂອງກົມກອງ ເພື່ອເຮັດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ, ປະຕິບັດຂໍ້ກຳນົດ, ກົດ ລະບຽບຂອງກອງທັບຢ່າງເຂັ້ມງວດ, ຊຸກຍູ້ວຽກງານສື່ມວນຊົນ, ຂ່າວສານໜັງສືພິມ, ວິທະ ຍຸ, ໂທລະພາບ, ສິລະປະ-ວັນນະ ຄະດີ ເປັນຂະບວນຟົດຟື້ນ, ຂຽນຂ່າວສົ່ງໃຫ້ສື່ມວນຊົນສູນກາງ ແລະ ແຂວງໄດ້ທັງໝົດ 1.288 ຂ່າວ ພ້ອມກັນນັ້ນ, ກໍໄດ້ສ້າງ ຂະບວນການດ້ານຕ່າງໆຕິດພັນກັບຂະບວນການຮັກຊາດ ພັດທະ ນາໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຂອງພັກ, ສໍາເລັດການດໍາເນີນກອງປະຊຸມໃຫຍ່ 16 ໜ່ວຍພັກເອກະລາດ, 38 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, 9 ຄະ ນະພັກຮາກຖານ, ຮັບຮອງເອົາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ຈໍານວນ 48 ໜ່ວຍ, ຂະຫຍາຍມະ ຫາ ຊົນກ້າວໜ້າເຂົ້າພັກສຳຮອງໄດ້ 81 ສະຫາຍ, ເລື່ອນສໍາຮອງ ຂຶ້ນສົມບູນ 73 ສະຫາຍ, ບົ່ງ ຕົວແຕ່ງຕັ້ງເລຂາ, ຮອງລາຂາ ແລະ ກຳມະການ 4 ໜ່ວຍພັກ, ໄດ້ເອົາໃຈໃສ່ກໍ່ສ້າງພະນັກງານ
ຕາມທິດສ້າງພະນັກງານ3 ລຸ້ນຕິດພັນກັບໜ້າທີ່ການເມືອງຂອງ ກົມກອງ, ປັບປຸງແບບແຜນການນໍາພາ-ບັນຊາ ໃຫ້ສອດຄ່ອງ, ໄດ້ສະເໜີເລື່ອນຊັ້ນ-ເລື່ອນ ທຽບຊັ້ນໃຫ້ນາຍທະຫານ 698 ສະຫາຍ, ລຸລ່ວງພະນັກງານທີ່ ມີເງື່ອນໄຂເຂົ້າຮັບບໍານານ 14 ສະຫາຍ, ສົ່ງພະນັກງານໄປ ຮຽນບຳລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ 42 ສະຫາຍ ແລະ ແຕ່ງຕັ້ງໜ້າທີ່ໃໝ່ 28 ກົມກອງມີ 486 ສະຫາຍ,ວຽກ ງານຮັບປະກັນພະລາທິການຈັດຕັ້ງຮັບປະກັນເຂົ້າກິນໃຫ້ບັນດາ ກົມກອງໄດ້ 100%, ຮັບປະກັນ ດ້ານຊີ້ນ-ປາໄດ້ 50%,ພືດຜັກ ປະຕິບັດໄດ້ 70% ຂຶ້ນໄປຖືວ່າ ບັນລຸໄດ້ຕາມຄາດໝາຍທີ່ວາງ ໄວ້, ໄດ້ເອົາໃຈໃສ່ປັບປຸງຄ້າຍຄູ ດ້ວຍທຶນກົມກອງສົມທົບກັບຂັ້ນ ເທິງກໍສ້າງພື້ນຖານໂຄງລ່າງ ຄ້າຍຄູສໍາເລັດໄປຫຼາຍໂຄງການ ອັນພົ້ນເດັ່ນແມ່ນສໍາເລັດໂຄງ ການກໍ່ສ້າງເຮືອນຮັບຕ້ອນກອງ
ບັນຊາການທະຫານແຂວງ, ກໍ່ ສ້າງຫ້ອງການກອງບັນຊາການທະຫານເມືອງປາກແຊງ, ກໍ່ສ້າງ ຮົ້ວສະຖານທີ່ຈະກໍ່ສ້າງອະນຸ ສອນສະຖານບັ້ນຮົບນໍ້າບາກ ສໍາເລັດ 80%, ໂຄງການກໍ່ ສ້າງຫ້ອງການສູນເສຍອົງຄະ 2 ສູນສໍາເລັດ 100% ແລະໂຄງ ການອື່ນໆ, ວຽກງານຜະລິດ ແລະ ສ້າງແຫຼ່ງລາຍຮັບໃນປີ 2024 ຜ່ານມາສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ການບໍລິການຕ່າງໆໄດ້ ທັງໝົດ 8.687 ລ້ານກວ່າກີບ. ສ່ວນເງິນຈໍານວນດັ່ງ ກ່າວໄດ້ໝູນໃຊ້ເຂົ້າໃນວຽກ ງານປັບປຸງກໍ່ສ້າງຄ້າຍຄູ, ຊື້ພາ ຫະນະຮັບໃຊ້ຈໍານວນໜຶ່ງ ແລະ ໝູນໃຊ້ເຂົ້າໃນວຽກງານຕ່າງໆ, ວຽກງານເຕັກນິກໄດ້ເອົາໃຈໃສ່ຊີ້ນໍາເກັບກໍາພາຫະນະເຕັກ ນິກທຸກຊະນິດຢູ່ບັນດາກົມກອງ ຮາກຖານ, ຈັດຕັ້ງບົວລະບັດຜັດ
ເຊັດພາຫະນະລົດ, ກວດກາສ້ອມ ແປງໃຫ້ຢູ່ໃນສະພາບ ກຽມພ້ອມໃຊ້ງານ ແລະ ສາມາດເຄື່ອນ ໄຫວປະຕິບັດໜ້າທີ່ໃນທຸກກໍລະນີ, ປົກປັກຮັກສາ ແລະ ກວດກາອາວຸດທີ່ເປ່ເພເພື່ອສະເໜີ ຂັ້ນເທິງນໍາເຂົ້າສ້ອມແປງ, ປົກປັກຮັກສາສາງຄັງໃຫ້ມີຄວາມ ປອດໄພ 100%. ວຽກງານພົວພັນຕ່າງປະເທດ ໄດ້ພົວພັນຮ່ວມມື ກັບປະເທດ ເພື່ອນ ແລະ ກົມກອງ ແຮກສ່ຽວ ເປັນຕົ້ນແມ່ນໄດ້ພົວ ພັນຮ່ວມມືກັບກົງສູນໃຫຍ່ແຫ່ງ ສປ ຈີນ, ສສ ຫວຽດນາມ ປະຈໍາແຂວງຫຼວງພະບາງ, ແຂວງດຽນບຽນ, ແຂວງເຊິນລາ, ທະຫານເຂດ II ແລະ ກອງບັນ ຊາການທະຫານຊາຍແດນ ສສ ຫວຽດນາມ ເຊິ່ງສະແດງອອກ ເນື່ອງໃນໂອກາດວັນສໍາຄັນ ຕ່າງໆ ກໍໄດ້ຜັດປ່ຽນກັນໄປອວຍ ພອນເຊິ່ງກັນ ແລະ ກັນ,ແລກ ປ່ຽນບົດຮຽນ ເພື່ອເຮັດໃຫ້ສະ ພາບຊາຍແດນ ມີຄວາມສະ ຫງົບປອດໄພ, ຍາດແຍ່ງເອົາທຶນການຊ່ວຍເຫຼືອດ້ານຕ່າງໆ ຈາກກົມກອງເພື່ອນເພື່ອນໍາມາປັບປຸງກໍ່ສ້າງ ແລະ ພັດທະນາກົມ ກອງໃຫ້ມີໃບໜ້າໃໝ່.
ໂດຍ: ເຄນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ